ທີ່ກອງປະຊຸມ, ບັນດາຜູ້ແທນພ້ອມກັນປຶກສາຫາລືບັນດາຫົວຂໍ້ສະເພາະກ່ຽວກັບສາສະໜາ, ການຄຸ້ມຄອງລັດກ່ຽວກັບບັນດາສາສະໜາຄື: ສາສະໜາພຸດ, ສາສະໜາເຢຊູ, ສາສະໜາໂປຣແຕສຕັງ ແລະບັນດາສາສະໜາອື່ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນ ໃຈ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫວູຈ໋ຽນຖັ໋ງ, ຫົວໜ້າຄະນະສາສະໜາລັດຖະບານ ໃຫ້ຮູ້ວ່າ, ກອງປະຊຸມໄດ້ແລກປ່ຽນບົດ ຮຽນກ່ຽວກັບວຽກງານສາສະໜາຫວຽດນາມ-ກໍາປູເຈຍ ຄັ້ງນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍພ້ອມກັນແບ່ງປັນບົດຮຽນໃນວຽກ ງານຄຸ້ມຄອງລັດກ່ຽວກັບສາສະໜາຂອງແຕ່ລະປະເທດ, ຜ່ານນັ້ນ, ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ, ເພີ່ມທະວີປະສິດທິພາບ, ປະສິດທິຜົນໃນຂົງເຂດສາສະໜາກວ່າອີກ, ປະກອບສ່ວນສໍາຄັນເຂົ້າໃນການຮັກສາສະຖຽນລະພາບທາງສັງຄົມ, ສ້າງສາ ແລະພັດທະນາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງຢູ່ສອງປະເທດ.

leftcenterrightdel
 ບັນດາຜູ້ແທນສອງປະເທດຖ່າຍຮູບທີ່ກອງປະຊຸມ. ພາບ: ຮວ່າງເຍືອງ

ນອກຈາກເວລາແລກປ່ຽນທີ່ກອງປະຊຸມແລ້ວ, ບັນດາຜູ້ແທນຍັງໄປທັດສະນະສຶກສາຕົວຈິງຢູ່ບາງຮາກຖານສາສະໜາ ແລະຢ້ຽມຊົມທັດສະນີຍະພາບຢູ່ນະຄອນ ເກີນເທີ ແລະແຂວງ ຊ໋ອກຈັງ ອີກດ້ວຍ.


ແປໂດຍ: ເກື່ອງດັ້ງ