ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບສະພາບການໃນປະຈຸບັນ, ບັນດາຄວາມຕ້ອງການສຶກສາຂອງເດັກພິການໃນພາກພື້ນ ແລະທິດທາງຊຸກຍູ້ການຮ່ວມມືໃນພາກພື້ນເພື່ອພັດທະນາລາຍການດຳເນີນງານກ່ຽວກັບບັນຫານີ້. ບັນດາຜູ້ແທນຊີ້ໃຫ້ເຫັນວ່າ, ເດັກພິການຈະເສີມຂະຫຍາຍຄວາມສາມາດບົ່ມຊ້ອນເມື່ອມີເງື່ອນໄຂເພື່ອເຂົ້າຮ່ວມໃນໂຮງຮຽນ, ສັງຄົມ ແລະຮອງຮັບບັນດາຄວາມມານະພະຍາຍາມຊຸກຍູ້ສິດສຶກສາໃຫ້ແກ່ເດັກພິການ.

leftcenterrightdel
ກອງປະຊຸມສໍາມະນາອາຊຽນ ເພີ່ມທະວີສຳຜັດກັບການສຶກສາໃຫ້ແກ່ເດັກພິການ. ພາບ: ເຖ໋ຟອງ

ບັນດາຄຳເຫັນປະກອບກໍ່ໄດ້ເຕື້ອງເຖິງບັນດາສົນທິສັນຍາສາກົນ ແລະໃຫ້ຄໍາໝັ້ນສັນຍາໃນພາກພື້ນຄື, ວິໄສທັດປະຊາຄົມອາຊຽນ 2025, ຖະແຫຼງການອາຊຽນ ກ່ຽວກັບສິດທິມະນຸດ, ສົນທິສັນຍາສະຫະປະຊາຊາດກ່ຽວກັບຄົນພິການ, ສົນທິສັນຍາສະຫະປະຊາຊາດກ່ຽວກັບສິດຂອງເດັກນ້ອຍແມ່ນບັນດາເອກະສານພື້ນຖານເພື່ອເພີ່ມທະວີການຮ່ວມມືກ່ຽວກັບບັນຫານີ້. ທ່ານນາງ ຫງວຽນທິເຫງ້ຍ, ຮອງລັດຖະມົນຕີກະຊວງສຶກສາ ແລະບໍາລຸງສ້າງ, ຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການສຶກສາໃຫ້ແກ່ເດັກພິການ ແລະເດັກປະສົບກັບຄວາມຫຍຸ້ງຍາກ, ທ່ານນາງຖືວ່າ; “ການສຶກສາເດັກພິການໃຫ້ມີຄຸນນະພາບ, ມີຄວາມສະໜິດສະໜົມ ແລະສະເໝີພາບຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ພິເສດຈາກລັດຖະບານຫວຽດນາມ, ລັດ, ຄອບຄົວ ແລະສັງຄົມຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ເດັກນ້ອຍທຸກຄົນໄດ້ຮັບການປະພຶດຢ່າງສະເໝີພາບ, ໄດ້ຮໍ່າຮຽນເພື່ອແນໃສ່ເສີມຂະຫຍາຍຄວາມສາມາດຂອງຕົນ ແລະເຊື່ອມໂຍງເຂົ້າກັບປະຊາຄົມ”.

 

ແປໂດຍ: ເກື່ອງດັ້ງ