ຄະນະພະນັກງານຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານພົນຕີ ຟ້າມຮົ່ງເຮືອງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງ  ທັບປະຊາຊົນຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ.

ກອງປະຊຸມຜູ້ບັນຊາການທະຫານບົກບັນດາປະເທດອາຊຽນ ໄດ້ຈັດຕັ້ງຄັ້ງທຳອິດໃນປີ 2000 ຕາມກົນໄກໝູນວຽນ. ນີ້ແມ່ນເວທີປາໄສສຳຄັນເພື່ອໃຫ້ຜູ້ບັນຊາການທະຫານບົກບັນດາປະເທດອາຊຽນແບ່ງປັນທັດສະນະກ່ຽວກັບສະພາບການຂອງໂລກ ແລະພາກພື້ນ ກໍ່ຄືແລກປ່ຽນບັນດາມາດຕະການຮ່ວມມື ເພື່ອຮັບມືກັບບັນດາບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ຍົກອອກບັນດາກົນໄກ, ຮູບການ, ມາດຕະການຮ່ວມມືທີ່ມີລັກສະນະເປັນໄປໄດ້ສູງ, ແທດເໝາະກັບຄວາມສາມາດຕົວຈິງຂອງທະຫານບົກຂອງແຕ່ລະປະເທດ, ແນໃສ່ເຊື່ອມຈອດ ແລະຂຸດຄົ້ນແຫຼ່ງກຳລັງຂອງບັນດາປະເທດ, ຍົກສູງຄວາມສາມາດສົມທົບ, ປະສານສົມທົບໃນການຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານໃນປະຈຸບັນຢູ່ພາກພື້ນ. ຜູ້ບັນຊາການທະຫານບົກບັນດາປະເທດອາຊຽນ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາໄພນາບຂູ່ຄວາມໝັ້ນຄົງບໍ່ແມ່ນການທະຫານທີ່ພວມປະກົດຂຶ້ນຄື: ການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຄ້າເຖື່ອນຢາເສບຕິດ, ໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະພະຍາດຕິດແປດ... ບັນດາໄພນາບຂູ່ດັ່ງກ່າວໄດ້ຂ້າມຜ່ານບັນດາຂອບເຂດ, ການຄວບຄຸມຂອງປະເທດໜຶ່ງຈະສົ່ງຜົນສະທ້ອນຕໍ່ສະພາບການຄວາມໝັ້ນຄົງຂອງແຕ່ລະປະເທດ ກໍ່ຄືທົ່ວພາກພື້ນ. ບັນດາປະເທດລ້ວນແຕ່ມີຄວາມຮັບຮູ້ລວມວ່າ, ເພື່ອຮັບມືຢ່າງທັນການ ແລະມີປະສິດທິຜົນຕໍ່ບັນດາສິ່ງທ້າທາຍດັ່ງກ່າວ, ໃນໄລຍະຈະມາເຖິງ, ທະຫານບົກອາຊຽນຕ້ອງເພີ່ມທະວີໃນທຸກຂົງເຂດກ່ວາອີກ, ລວມມີການແບ່ງປັນຂໍ້ມູນຂ່າວສານສືບຂ່າວ ແລະການຝຶກຊ້ອມລວມກ່ຽວກັບການໜູນຊ່ວຍດ້ານມະນຸດສະທຳ, ກູ້ຊ່ວຍໄພພິບັດ.

ສິ້ນສຸດກອງປະຊຸມ, ບັນດາປະເທດບັນລຸຸໄດ້ຄວາມເຫັນດີີເປັນເອກະພາບຕໍ່ຂໍ້ລິເລີ່ມຂອງ ສິງກະໂປ ກ່ຽວກັບການຈັດຕັ້ງກອງປະຊຸມສຳມະນາແບ່ງປັນຂໍ້ມູນຂ່າວສານທະຫານບົກອາຊຽນ ປະຈຳປີ. ຜູ້ບັນຊາການທະຫານບົກບັນດາປະເທດອາຊຽນ ກໍ່ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນເນັ້ນໜັກເຖິງການເພີ່ມທະວີຄວາມຮັບຮູ້ເພື່ອຮັບມືຢ່າງທັນທີ, ມີປະສິດທິຜົນກັບໄພນາບຂູ່ເຖິງຄວາມໝັ້ນຄົງທັງເປັນການທະຫານ ແລະບໍ່ເປັນການທະຫານ ໃນປະຈຸບັນກໍ່ຄືໃນອະນາຄົດ, ຮັບປະກັນສັນຕິພາບ, ສະຖຽນລະພາບໃນພາກພື້ນ, ບໍ່ມີການແຊກແຊງອະທິປະໄຕຂອງກັນ.

ເນື່ອງໃນໂອກາດເຂົ້າຮ່ວມ ACAMM 18, ທ່ານພົນຕີ ຟ້າມຮົ່ງເຮືອງ ໄດ້ມີການພົບປະສອງຝ່າຍກັບບັນດາຫົວໜ້າຄະນະຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມເຊິ່ງລວມມີ: ໄທ, ລາວ, ມາເລເຊຍ, ສິງກະໂປ, ຟີລິບປິນ, ກຳປູເຈຍ... ທີ່ບັນດາການພົບປະ, ທ່ານພົນຕີ ຟ້າມຮົ່ງເຮືອງ ຢືນຢັນວ່າ, ໃນໄລຍະຜ່ານມາ, ການພົວພັນລະຫວ່າງຫວຽດນາມກັບບັນດາປະເທດນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ ແລະມີປະສິດທິຜົນໃນບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນາທຳ. ການຮ່ວມມືດ້ານປ້ອງກັນຊາດ ກໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຢ່າງແຮງ, ບັນລຸໄດ້ປະສິດທິຜົນແທດຈິງໃນບັນດາຂົງເຂດຄື: ແລກປ່ຽນຄະນະຜູ້ແທນຂັ້ນສູງ, ການບຳລຸງສ້າງ, ການເຈລະຈານະໂຍບາຍປ້ອງກັນຊາດ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ຄວາມໝັ້ນຄົງທາງອິນເຕີແນັດ, ການຊອກຫາ, ກູ້ໄພກູ້ຊີບ...


ແປໂດຍ: ຮຸຍດົງ