ບັນດາທ່ານລັດຖະມົນຕີໄດ້ດຳເນີນວາລະປະຊຸມກ່ຽວກັບ “ບັນດາບັນຫາສາກົນ ແລະພາກພື້ນ”, ພິເສດແມ່ນບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ, ລັດທິການກໍ່ການຮ້າຍ, ບໍ່ເຜີຍແຜ່ອາວຸດລ້າງຜານ, ຄວາມປອດໄພການເດີນທະເລ…

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ASEM ຄັ້ງທີ 13. ພາບ: baoquocte.vn

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຖືວ່າ, ບັນດາສະມາຊິກ ASEM ຕ້ອງພ້ອມກັນກະທໍາເພື່ອສາມາດຮັບມືຢ່າງມີປະສິດທິຜົນກວ່າກັບບັນດາສິ່ງທ້າທາຍບົນພື້ນຖານຊຸກຍູ້ການພົວພັນຄູ່ຮ່ວມມືຢ່າງແຮງ ແລະຂະຫຍັນຂັນເຄື່ອນລະຫວ່າງອາຊີ ແລະເອີລົບ, ໃນຂະນະຍັງຮັກສາບັນດາຄຸນຄ່າແກ່ນສານ ແລະບັນດາຫຼັກການຂອງ ASEM ກ່ຽວກັບຄວາມສະເໝີພາບ, ເຄົາລົບເຊິ່ງກັນ ແລະກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕາມນັ້ນແລ້ວ, ຫວຽດນາມ ສະໜັບສະໜູນທຸກຄວາມມານະພະຍາຍາມຂອງປະຊາຄົມສາກົນສອດຄ່ອງກັບກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ ເພື່ອຊອກຫາວິທີການແກ້ໄຂໂດຍສັນຕິວິທີ ແລະໝັ້ນຄົງໃຫ້ບັນດາການປະທະກັນ ແລະຄວາມຂັດແຍ້ງກັນຢູ່ຕາເວັນອອກກາງ, ອາຟະລິກາ, ອາຊີ... ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢັ້ງຢືນວ່າ: ຢູ່ພາກພື້ນຂອງຕົນ, ບັນດາສະມາຊິກອາຊຽນໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາການຫັນປ່ຽນເປັນໜ້າວິຕົກກັງວົນຢູ່ແຫຼມເກົາຫຼີ.

ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ກໍ່ເນັ້ນໜັກວ່າ, ຫວຽດນາມ ກໍ່ຄື ບັນດາປະເທດອາຊຽນ ໄດ້ ແລະພວມສົມທົບກັນຢ່າງແໜ້ນແຟ້ນກັບປະຊາຄົມສາກົນ, ໃນນັ້ນມີບັນດາສະມາຊິກ ASEM, ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ຮັບປະກັນບັນດາການແລກປ່ຽນການຄ້າພາຍໃນ ແລະນອກພາກພື້ນບໍ່ຖືກກີດຂວາງ.

ຫວຽດນາມ ຊົມເຊີຍເລື່ອງ ອາຊຽນ ແລະຈີນ ຮັບຮອງເອົາກອບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ແລະເລື່ອງເລີ່ມຕົ້ນການເຈລະຈາ COC ຢ່າງແທດຈິງ ແລະມີຜົນສັກສິດ. ໂດຍແມ່ນສະມາຊິກຕັ້ງໜ້າ, ຫວຽດນາມ ໄດ້, ພວມ ແລະຈະສືບຕໍ່ສົມທົບກັບບັນດາສະມາຊິກ ASEM ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ອາຊີ - ປາຊີຟິກ ແລະໃນທົ່ວໂລກ.

ຕອນທ່ຽງວັນດຽວກັນ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ASEM ຄັ້ງທີ 13 ໄດ້ສິ້ນສຸດຢ່າງຈົບງາມ. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການປະທານ. ບັນດາລັດຖະມົນຕີການຕ່າງປະເທດກໍ່ຮັບຮອງເອົາ 15 ຂໍ້ລິເລີ່ມໃໝ່, ໃນນັ້ນມີຂໍ້ລິເລີ່ມຂອງຫວຽດນາມ ກ່ຽວກັບ “ກອງປະຊຸມ ASEM ກ່ຽວກັບການພ້ອມກັນກະທໍາເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດແນໃສ່ບັນລຸໄດ້ບັນດາເປົ້າໝາຍກ່ຽວກັບການພັດທະນາແບບຍືນຍົງ” ເຊິ່ງໄດ້ຮັບການຕີລາຄາສູງ ແລະມີສະມາຊິກເຂົ້າຮ່ວມຫຼາຍຄົນອຸປະຖຳຮ່ວມ.


ແປໂດຍ: ເຈິ່ນຮວ່ຽນ