leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: baochinhphu.vn

ທີ່ການເຈລະຈາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢູ໊ງ ໄດ້ສະເໜີບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ເຊິ່ງອາຊຽນ - ອີຢູ ອາດສາມາດສືບຕໍ່ຊຸກຍູ້ຄືການເພີ່ມທະວີການເຊື່ອມຕໍ່ເສດຖະກິດ, ການຄ້າ ແລະການລົງທຶນສອງຝ່າຍ, ພາກພື້ນ ແລະລະຫວ່າງພາກພື້ນ; ສ້າງນະໂຍບາຍປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດບົນພື້ນຖານມຸ່ງໄປເຖິງປະຊາຊົນ, ຖືປະຊາຊົນເປັນໃຈກາງ; ການສຶກສາ ແລະວິທະຍາສາດເຕັກໂນໂລຊີຄວນໄດ້ຮັບການສຸມໃສ່ຄືແມ່ນກຳລັງໜູນພັດທະນາ ແລະມີຫົວຄິດປະດິດສ້າງແບບໃໝ່ ເພື່ອແນໃສ່ໃຫ້ແກ່ແຮງງານໜຸ່ມມີກໍາລັງຄວາມສາມາດ ແລະທັກສະ.

 

ແປໂດຍ: ກວຽດເຕິມ