leftcenterrightdel
ທ່ານ ປາຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄປລົງຄະແນນເລືອກຕັ້ງ. ພາບ: THX/ສໍານັກຂ່າວສານຫວຽດນາມ.

ວັນທີ 24 ມີນາ, ທ່ານ ອົງອາດ ຄະລ້າມໄພບູນ ເປັນໜຶ່ງໃນຜູ້ທີ່ມີບົດບາດສຳຄັນຂອງພັກປະຊາທິປະໄຕ, ໄດ້ອອກມາຍອມຮັບວ່າ ພັກຂອງຕົນເອງໄດ້ຮັບຄວາມປະລາໄຊຢ່າງໜັກຕໍ່ພັກພະລັງປະຊາລັດ ໃນການເລືອກຕັ້ງທົ່ວປະເທດເຊິ່ງໄດ້ດຳເນີນໃນວັນດຽວກັນຢູ່ໄທ.

ໄລ່ເຖິງເວລາ 19 ໂມງ 30 ນາທີ ໃນວັນດຽວກັນ, ດ້ວຍອັດຕາ 46% ຈຳນວນບັດຄະແນນເລືອກຕັ້ງທີ່ນັບຄະແນນແລ້ວ, ພັກປະຊາທິປາໄຕ ຢືນຢູ່ອັນດັບທີ 5 ດ້ວຍ 39 ທີ່ນັ່ງ, ຖັດຈາກພັກເພື່ອໄທ, ພັກພະລັງປະຊາລັດ, ພັກພູມໃຈໄທ ແລະພັກອະນາຄົດໃໝ່.

ພາຍຫຼັງທີ່ໄດ້ຮັບໝາກຜົນອັນປະລາໄຊດັ່ງກ່າວ, ທ່ານ ອະພິສິດ ເວດຊາຊີວະ ອາດີດນາຍົກລັດຖະມົນຕີ ໄທ ໄດ້ລາອອກຈາກຕຳແໜ່ງປະທານພັກປະຊາທິປະໄຕນີ້.

ແຫຼ່ງຄັດຈາກ: vovworld.vn