leftcenterrightdel
ພົນທະຫານ ອາເມລິກາ ແລະ ໂປໂລຍ (ພາບ: AFP/TTXVN)

ວັນທີ 23 ມີນາ, ອົງການສົນທິສັນຍາອາກລັງຕິກເໜືອ (NATO) ໄດ້ຢືນຢັນກ່ຽວກັບແຜນການກໍ່ສ້າງສາງເກັບມ້ຽນບັນດາພາຫະນະອຸປະກອນການທະຫານຂອງກອງທັບອາເມລິກາ ຢູ່ ໂປໂລຍ.

ຕາມໜັງສືພິມ Wall Street Journal ແລ້ວ, ສາງເກັບມ້ຽນພາຫະນະອຸປະກອນການທະຫານທີ່ມີມູນຄ່າ 260 ຕື້ USD ນີ້ ຈະໄດ້ຮັບການກໍ່ສ້າງຢູ່ Powidz, ຫ່າງຈາກນະຄອນຫຼວງ Vacsava 200 ກິໂລແມັດ ໄປທາງທິດຕາເວັນຕົກ.

NATO ພວມເພີ່ມທະວີການປ້ອງກັນລຽບຕາມເຂດຝັ່ງຕາເວັນອອກ ພາຍຫຼັງ ລັດເຊຍ ໂຮມແຫຼມ Crimea ເຂົ້າດິນແດນຂອງຕົນເມື່ອປີ 2014.

ແຫຼ່ງຄັດຈາກ: vovworld.vn