leftcenterrightdel
ນັກໄອຍະການພິເສດ Robert Mueller. ພາບ: Reuters.

ວັນທີ 22 ມີນາ, ສື່ມວນຊົນອາເມລິກາ ໄດ້ໃຫ້ຂ່າວວ່ານັກໄອຍະການພິເສດ Robert Mueller, ຜູ້ທີ່ໄດ້ດຳເນີນການສືບສວນກ່ຽວກັບຄວາມສົງໄສທີ່ວ່າ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງ ອາເມລິກາ 2016 ຕາມທິດມີຜົນປະໂຫຍດໃຫ້ມະຫາເສດຖີ Trump, ໄດ້ສົ່ງບົດລາຍງານການສືບສວນໃຫ້ທ່ານລັດຖະມົນຕີກະຊວງຍຸຕິທຳອາເມລິກາ William Barr. ແລະ ກໍ່ໃນວັນດຽວກັນ, ທຳນຽບຂາວກໍ່ມີແຈ້ງການກ່ຽວກັບເຫດການດັ່ງກ່າວ. ຝ່າຍ ລັດເຊຍ ຍາມໃດກໍ່ປະຕິເສດເລື່ອງແຊກແຊງເຂົ້າການເລືອກຕັ້ງນີ້. ທ່ານປະທານາທິບໍດີ Donald Trump ກໍ່ຢືນຢັນວ່າຖັນແຖວພະນັກງານຫາສຽງເລືອກຕັ້ງຂອງທ່ານບໍ່ມີການຕິດຕໍ່ກັບບໍ່ວ່າວົງການເຈົ້າໜ້າທີ່ໃດຂອງ ລັດເຊຍ ກ່ອນທີ່ດຳເນີນການເລືອກຕັ້ງໃນປີ 2016.

ແຫຼ່ງຄັດຈາກ: vovworld.vn