ວັນທີ 19 ມີນາ, ການລາດຕະເວນຮ່ວມຢູ່ແມ່ນໍ້າຂອງ ດ້ວຍການເຂົ້າຮ່ວມຂອງບັນດາພາລະກອນປະຕິບັດກົດໝາຍທີ່ມາຈາກ ຈີນ, ລາວ, ມຽນມາ ແລະ ໄທ ເຊິ່ງມີຈຸດເລີ່ມຕົ້ນແຕ່ທ່າກໍາປັ່ນ ຈິງໂຂງ ຂຶ້ນກັບແຂວງ ຢຸນໜານ, ທາງທິດຕາເວັນຕົກສ່ຽງໃຕ້ຂອງ ຈີນ. ນີ້ແມ່ນການລາດຕະເວນຄັ້ງທີີ 80 ນັບແຕ່ເມື່ອການເຄື່ອນໄຫວຮ່ວມດັ່ງກ່າວໄດ້ດໍາເນີນໃນປີ 2011.

leftcenterrightdel
ຕໍາຫຼວດໄທລາດຕະເວນຢູ່ແມ່ນໍ້າຂອງ (ພາບປະກອບ:  AFP)

ກໍາປັ່່ນ 5 ລໍາທີ່ເຂົ້າຮ່ວມການລາດຕະເວນຮ່ວມ ເຊິ່ງຈະແກ່ຍາວເປັນເວລາ 4 ວັນນີ້ ຈະດໍາເນີນບັນດາການເຄື່ອນໄຫວກວດກາ, ຕ້ານຢາເສບຕິດຢູ່ບັນດາເຂດສໍາຄັນຢູ່ແມ່ນໍ້າຂອງ, ໃນນັ້ນມີເຂດ “ສາມຫຼ່ຽມຄໍາ” ເຊິ່ງແມ່ນເຂດທີ່ມີຊື່ສຽງກ່ຽວກັບການຜະລິດຢາເສບຕິດ.

ການເຄື່ອນໄຫວລາດຕະເວນຮ່ວມດັ່ງກ່າວ ໄດ້ເລີ່ມດໍາເນີນແຕ່ເດືອນທັນວາ 2011  ພາຍຫຼັງເກີດເຫດປຸ້ນກໍາປັ່ນຂົນເຄື່ອງ 2 ລໍາ ແລະ ເຂັ່ນຂ້າລູກເຮືອຂອງຈີນ 13 ຄົນ ຢູ່ໃນເຂດແມ່ນໍ້າຂອງ ຟາກຂຶ້ນກັບໄທ ໃນວັນທີ 5 ຕຸລາ 2011.

ແຫຼ່ງຄັດຈາກ: vovworld.vn