ໃນວັນທີ 18 ມີນາ, ທ່ານນາງ Kang Kyung-wha ລັດຖະມົນຕີການຕ່າງປະເທດສ.ເກົາຫຼີ ໃຫ້ຮູ້ວ່າ ອາເມລິກາ ຢາກບັດລຸໄດ້ຂໍ້ຕົກລົງກັບ ສປປ.ເກົາຫຼີ ໂດຍອີງໃສ່ “ແຜນການທີ່ຮອບດ້ານກວ່າ” ເພື່ອລົບລ້າງບັນດາໂຄງການນິວເຄຼຍ ແລະລູກສອນໄຟຂອງ ພຽງຢາງ. ດ້ານອື່ນ, ຕາມທ່ານນາງ Kang ແລ້ວ, ທີ່ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເຊິ່ງຖືກດຳເນີນຢູ່ ຮ່າໂນ້ຍ ໃນທ້າຍເດືອນ ກຸມພາ ທີ່ຜ່ານມາ, ພຽງຢາງ ໄດ້ຈຳກັດບັນດາບາດກ້າວປອດນິວເຄຼຍຢ່າງທັນທີເຊິ່ງພຽງແຕ່ຢູ່ເຂດນິວເຄຼຍ Yongbyon ເທົ່ານັ້ນ.

leftcenterrightdel
ທ່ານນາງ Kang Kyung-wha ລັດຖະມົນຕີການຕ່າງປະເທດສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ວາລະກອງປະຊຸມສະພາແຫ່ງຊາດກ່ຽວກັບບັນດາບັນຫາຂອງກະຊວງການຕ່າງປະເທດ, ທ່ານນາງ Kang ໃຫ້ຮູ້ຕື່ມອີກວ່າ: ອາເມລິກາ ຢາກເລີ່ມຕົ້ນວິວັດທະນາການປອດນິວເຄຼຍຢ່າງສິ້ນເຊິງໂດຍ “ແຜນການທີ່ຮອບດ້ານກວ່າ” ເພື່ອແກ້ໄຂບັນດາປັດໄຈທີ່ກ່ຽວຂ້ອງເຖິງກຳລັງຄວາມສາມາດ, ກໍ່ຄື ບັນດາພື້ນຖານນິວເຄຼຍ ແລະລູກສອນໄຟຂອງ ສປປ.ເກົາຫຼີ. ທ່ານນາງ Kang ເນັ້ນໜັກວ່າ ອາເມລິກາ ຍັງຮັກສາຫຼັກໝັ້ນວ່າ ວໍຊິງຕັນອາດຈະຍົກເລີກບັນດາຄຳສັ່ງລົງໂທດສຳລັບ ພຽງຢາງ ຖ້າຫາກວ່າ ພຽງຢາງ ປະຕິບັດການປອດນິວເຄຼຍໄດ້ຢ່າງສິ້ນເຊິງ. 

ແຫຼ່ງຄັດຈາກ: vovworld.vn