KCNA ໄດ້ຊີ້ແຈ້ງວ່າ ທັງສອງຝ່າຍໄດ້ເຫັນດີເພີ່ມທະວີການຕິດຕໍ່ພົວພັນ ແລະແລກປ່ຽນຄະນະຜູ້ແທນຂັ້ນສູງໃນຂົງເຂດການເມືອງ, ຕັ້ງໜ້າຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ຄື: ເສດຖະກິດ ແລະມະນຸດສະທຳ, ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະກັນ ແລະຮ່ວມມືກັນໃນການແກ້ໄຂບັນຫາປອດນິວເຄຼຍໃນແຫຼມເກົາຫຼີ ແລະໃນໂລກ. KCNA ໃຫ້ຮູ້ຕື່ມອີກວ່າ ແຜນການກ່ຽວກັບການແລກປ່ຽນໃນປີ 2019 - 2020 ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດໄດ້ຮັບການລົງນາມພາຍຫຼັງສິ້ນສຸດການເຈລະຈາ.

leftcenterrightdel
ທ່ານ Kim Jong-un ການນຳ ສປປ.ເກົາຫຼີ ແລະທ່ານ Vladimir Putin ປະທານາທິບໍດີລັດເຊຍ. ພາບ: EXPRESS/ສໍານັກຂ່າວສານຫວຽດນາມ.

ບັນດານັກສັງເກດການຖືວ່າ: ການຕິດຕໍ່ພົວພັນຂັ້ນສູງອາດຈະແມ່ນການເດີນທາງໄປຍັງນະຄອນຫຼວງມົດສະກູ, ປະເທດລັດເຊຍ ຂອງ ທ່ານ Kim Jong-un ການນຳ ສປປ.ເກົາຫຼີ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທຳອິດກັບທ່ານ Vladimir Putin ປະທານາທິບໍດີລັດເຊຍ.

ແຫຼ່ງຄັດຈາກ: vovworld.vn