leftcenterrightdel
ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Alexander Grushko. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນຄຳຖະແຫຼງຂອງທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Alexander Grushko ໃນວັນທີ 16 ມີນາ. ໃນການຕອບສຳພາດຕໍ່ນັກຂ່າວກ່ຽວກັບ “ບັນດາບັນຫາສາກົນ” ຂອງລັດເຊຍ, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Grushko ຊີ້ແຈ້ງວ່າ, ມົດສະກູ ພ້ອມແລ້ວທີ່ຈະປະຕິບັດບັນດາມາດຕະການໂຕ້ຕອບທີ່ຈຳເປັນເພື່ອຮັບປະກັນຄວາມດຸນດ່ຽງໃນຂອບເຂດກ່ຽວຂ້ອງເຖິງສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF). ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Grushko ກໍ່ຮຽກຮ້ອງບັນດາປະເທດເອີລົບ ກີດຂວາງ ວໍຊິງຕັນ ຜັນຂະຫຍາຍລູກສອນໄຟຢູ່ເອີລົບ. 

ແຫຼ່ງຄັດຈາກ: vovworld.vn