ວັນທີ 15 ມີນາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ຢືນຢັນວ່າ ວໍຊີງຕັນ ມີຄວາມຫວັງວ່າບັນດາກອງປະຊຸມເຈລະຈາບັນຫາປອດນິວເຄຼຍກັບ ພຽງຢາງ ຈະໄດ້ສືບຕໍ່ດຳເນີນໄປ. ຄຳເຫັນດັ່ງກ່າວໄດ້ຍົກອອກມາພາຍຫລັງສປປ.ເກົາຫຼີ ຖະແຫຼງວ່າເຂົາເຈົ້າອາດຈະຖອນອອກຈາກໂຕະເຈລະຈາພຽງເວລາ 2 – 3 ຊົ່ວໂມງເທົ່ານັ້ນ.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດສປປ.ເກົາຫຼີ Choe Son-hui ໃຫ້ຮູ້ວ່າ: ປະເທດອາຊີຕາເວັນອອກສ່ຽງເໜືອນີ້ພວມຊັ່ງຊາກໍລະນີໂຈະການເຈລະຈາບັນຫາການປອດນິວເຄຼຍກັບ ອາເມລິກາ. ທ່ານນາງຮອງລັດຖະມົນຕີ Choe Son-hui ເນັ້ນໜັກວ່າ ສປປ.ເກົາຫຼີ ບໍ່ມີເຈດຈຳນົງຜ່ອນສັ້ນຜ່ອນຍາວຕໍ່ບັນດາຄຳຮຽກຮ້ອງຂອງ ອາເມລິກາ (ເຊິ່ງໄດ້ຍົກອອກມາທີ່ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ ຮ່າໂນ້ຍ) “ພາຍໃຕ້ບໍ່ວ່າຮູບການໃດໆ” ແລະ ກໍ່ “ບໍ່ກຽມພ້ອມ” ເຂົ້າຮ່ວມການເຈລະຈາຄືດັ່ງກ່າວ. ທ່ານນາງ Choe Son-hui ຍັງໃຫ້ຮູ້ວ່າ: ການນຳສປປ.ເກົາຫຼີ Kim Jong-un ຈະມີຖະແຫຼງການຢ່າງເປັນທາງການກ່ຽວກັບບັນດາການກະທຳຕໍ່ໄປຂອງ ພຽງຢາງ ໂດຍໄວ.

 

ແຫຼ່ງຄັດຈາກ: vovworld.vn