ວັນທີ 14 ມີີນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ກ່າວເຕືອນສະຫະພາບເອີຣົບ (ອີຢູ) ວ່າ ຈະເກີດຜົນຮ້າຍດ້ານເສດຖະກິດຢ່າງຮ້າຍແຮງຖ້າຫາກ ບຣຸກແຊນ ບໍ່ເຂົ້າຮ່ວມການເຈລະຈາດ້ານການຄ້າກັບອາເມລິກາ. ຄໍາກ່າວເຕືອນດັ່ງກ່າວຖືກຍົກອອກມາພາຍຫຼັງໃນວັນດຽວກັນລັດຖະສະພາເອີຣົບ (EP) ໄດ້ຄັດຄ້ານກ່ຽວກັບເລື່ອງ ອີຢູ ກັບຄືນສູ່ການເຈລະຈາດ້ານການຄ້າກັບວໍຊິງຕັນ, ຕາມນັ້ນແລ້ວໄດ້ສົ່ງຜົນກະທົບຕໍ່ບັນດາຄວາມມານະພະຍາຍາມເພື່ອຫຼີກລ້ຽງສົງຄາມການຄ້າລະຫວ່າງສອງຝ່າຍ. ທ່ານ Donald Trump ຖືວ່າ ອີຢູ ມີການກະທໍາບໍ່ຍຸຕິທໍາສໍາລັບອາເມລິກາ ແລະວໍຊິງຕັນ ຈະໂຕ້ຕອບດ້ວຍເລື່ອງຈັດວາງອັດຕາພາສີສໍາລັບບັນດາຜະລິດຕະພັນຂອງ ອີຢູ ທີ່ນໍາເຂົ້າປະເທດອາເມລິກາ.

leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: infonet.vn.

ກ່ອນໜ້ານັ້ນ, ດ້ວຍບັດຄ້ານ 223 ບັດ, ບັດສະໜັບສະໜູນ 198 ບັດ ແລະບັດຂາວ 37 ບັດ, EP ໄດ້ຕ້ານຄືນເລື່ອງມອບສິດໃຫ້ ອີຢູ ເລີ່ມຕົ້ນການເຈລະຈາກ່ຽວກັບດ້ານການຄ້າກັບອາເມລິກາ. ເຖິງວ່າ EP ພຽງແຕ່ສວມບົດບາດເປັນທີ່ປຶກສາທີ່ກ່ຽວຂ້ອງເຖິງການເຈລະຈາຂອງ ອີຢູ ເທົ່ານັ້ນ, ແຕ່ອົງການດັ່ງກ່າວ ຈະມີສຽງເວ້ົາສຸດທ້າຍກໍ່ຕໍ່ເມື່ອບັນລຸໄດ້ຂໍ້ຕົກລົງ.

ແຫຼ່ງຄັດຈາກ: vovworld.vn