ໃນສະພາບການທີ່ຍັງເຫຼືອພຽງ 8 ວັນເທົ່ານັ້ນ ກໍ່ຈະຮອດກໍານົດເວລາ “ຢຸດຕິສົງຄາມ” ເພື່ອແນໃສ່ຫຼີກລ້ຽງບໍ່່ໃຫ້ຄວາມເຄັ່່ງຕຶງເພີ່ມຂຶ້ນໃນສົງຄາມການຄ້າລະຫວ່າງສອງປະເທດ, ຜູ້ຕາງໜ້າດ້ານການຄ້າອາເມລິກາ Robert Lighthizer ໄດ້ນໍາໜ້າຄະນະປະຕິບັດງານອາເມລິກາ ດໍາເນີນການເຈລະຈາກັບຝ່່າຍປັກກິ່ງ, ເຊິ່ງລວມມີທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ ພ້ອມດ້ວຍບັນດາເຈົ້າໜ້າທີ່ທາງການຄ້າອື່ນໆ. ກະຊວງການຄ້າຈີນ ຖືວ່າສອງຝ່າຍຈະເພີ່ມທະວີການພົວພັນແລກປ່ຽນຄະນະຜູ້ແທນໃຫ້ດີກວ່າອີກ.

leftcenterrightdel
ການເຈລະຈາດ້ານການຄ້າຄັ້ງທີ 7 ລະຫວ່າງ ອາເມລິກາ - ຈີນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ໃນຖະແຫຼງການໜຶ່ງ, ທໍານຽບຂາວກໍ່ໄດ້ຊີ້ແຈ້ງວ່າບັນດາການເຈລະຈາຮອບໃໝ່ລະຫວ່າງ ອາເມລິກາ -ຈີນ ເພື່ອແນໃສ່ບັນລຸໄດ້ບັນດາການປ່ຽນແປງໂຄງປະກອບທີ່ຈໍາເປັນຢູ່ຈີນ” ອັນໄດ້ສົ່ງຜົນກະທົບເຖິງການພົວພັນລະຫວ່າງສອງປະເທດ. ສອງຝ່າຍກໍ່ຈະປຶກສາຫາລືກ່ຽວກັບຄໍາໝັ້ນສັນຍາຂອງຈີນ ໃນເລື່ອງຊື້ສິນຄ້າດ້ວຍປະລິມານຫຼາຍ ແລະນໍາໃຊ້ການບໍລິການຂອງອາເມລິກາ.

ແຫຼ່ງຄັດຈາກ: vovworld.vn