leftcenterrightdel
ທ່ານນາງ Theresa May ນາຍົກລັດຖະມົນຕີອັງກິດ ແລະທ່ານJean –Claude Juncker ປະທານຄະນະກໍາມະການເອີຣົບ (EC). ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງທ່ານນາງ Theresa May ນາຍົກລັດຖະມົນຕີອັງກິດ ແລະທ່ານ Jean –Claude Juncker ປະທານຄະນະກໍາມະການເອີຣົບ (EC) ພົບປະກັນຢູ່ບຣຸກແຊນ, ປະເທດແບນຊິກ         ມາເປັນເວລາໜຶ່ງວັນເພື່ອຊອກຫາທາງອອກໃຫ້ແກ່ສະພາບການຈົນຕາແຈໃນການເຈລະຈາ Brexit, ສໍານັກຂ່າວສານ Reuters ໄດ້ຄັດສະເໜີຄໍາເວົ້າຂອງນັກການທູດທີ່ບໍ່ເຜີຍຊື່ຢູ່ບຣຸກແຊນ ໂດຍໃຫ້ຮູ້ວ່າສອງຝ່າຍໄດ້ປຶກສາຫາລືກ່ຽວກັບ “ຖະແຫຼງການຄູ່ຂະໜານ” ຫຼື “ພາຫະນະອະທິບາຍ” ສໍາລັບ ມາດຕາທີ່ເປັນ “ຮົ້ວກີດຂວາງ”. ແຫຼ່ງຂ່າວໜຶ່ງອີກໃຫ້ຮູ້ວ່າບັນດາຝ່າຍພວມຊອກວິທີອັບເດັດຖະແຫຼງການກ່ຽວກັບການພົວພັນລະຫວ່າງ ອັງກິດ-ອີຢູ ພາຍຫຼັງບັນລຸໄດ້ Brexit ເພື່ອເນັ້ນໜັກເຖິງ “ບັນດາການສັບຊ້ອນປ່ຽນແທນ” ເຊິ່ງລອນດອນ ພວມຊອກຫາ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ Theresa May ຈະບໍ່ໄດ້ຮັບຄໍາຕອບລະອຽດຈາກ ອີຢູ ກ່ອນວັນທີ 28 ກຸມພາ.

ແຫຼ່ງຄັດຈາກ: vovworld.vn