ວັນທີ 20 ກຸມພາ, ພວກເສື້ອເຫຼືອງຝະລັ່ງ ໄດ້ເຕົ້າໂຮມກັນເປັນຈໍານວນຫຼາຍ ເພື່ອທໍາການປະທ້ວງຢູ່ສະໜາມຫຼວງນານາຊາດ (Place des Nations), ຕໍ່ໜ້າສໍານັກງານສະຫະປະຊາຊາດ ຢູ່ ເຊີແນວ ປະເທດສະວິດ. ກ່ອນໜ້ານັ້ນ, ລັດຖະບານລັດເຊີແນວ ໄດ້ໃຫ້ອະນຸຍາດດໍາເນີນການແຫ່ຂະບວນປະທ້ວງໂດຍຄາດວ່າຈະມີຄົນເຂົ້າຮ່ວມເຫດການຂຶ້ນເຖິງ 5.000 ຄົນ. ແຕ່ຄວາມຈິງແລ້ວມີແຕ່ປະມານ 2 - 3 ຮ້ອຍຄົນເຂົ້າຮ່ວມເທົ່ານັ້ນ.

leftcenterrightdel
ພວກເສື້ອເຫຼືອງເດີນຂະບວນປະທ້ວງຢູ່ສະໜາມຫຼວງນານາຊາດຢູ່ສະວິດ. ພາບ: ສໍານັກຂ່າວສານຫວຽດນາມ.

ການແຫ່ຂະບວນປະທ້ວງຂອງພວກເສື້ອເຫຼືອງຢູ່ ເຊີແນວ ມີລັກສະນະເປັນສັນຍາລັກເພາະວ່່າສະໜາມຫຼວງນານາຊາດ ຕັ້ງຢູ່ຕໍ່ໜ້າສໍານັກງານ ສປຊ, ເຊິ່ງເປັນສະຖານທີ່ດໍາເນີນບັນດາກອງປະຊຸມຂອງສະພາສິດທິມະນຸດ ສປຊ. ບັນດາຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງໄດ້ນຸ່ງເສື້ອເຫຼືອງມີແຖວຕົວໜັງສື ແລະຈັບປ້າຍຄໍາຂວັນເພື່ອກ່າວປະນາມການໃຊ້ຄວາມຮຸນແຮງ, ຊີ້ແຈ້ງຄວາມຮຽກຮ້ອງຕ້ອງການກ່ຽວກັບບັນດາບັນຫາ ຄື: ເສດຖະກິດ, ການເມືອງຂອງຂະບວນການເສື້ອເຫຼືອງ, ພິເສດແມ່ນບັນຫາພາສີອາກອນ ແລະເບ້ຍບໍານານ.

ແຫຼ່ງຄັດຈາກ: vovworld.vn