leftcenterrightdel
ພາບປະກອບຈາກ: Weibo.

ເມື່ອ​ບໍ່​ດົນ​ມາ​ນີ້, ​ເມືອງ​ເຊິ​ງຕູ ມົນທົນ​ ເສ​ຊວນ ​ເປັນ​ເມືອງ​ທຳ​ອິດ​ທາງ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ຈີນ ​ແລະ​ເປ​ັນ​ເມືອ​ງທີ 4 ຕໍ່​ຈາກ ​ຮົງ​ກົງ, ນະຄອນຫລວງ ປັກ​ກິ່ງ ​ແລະ ນະຄອນ​ ຊ່ຽງ​ໄຮ້ ທີ່​ມີ​ການ​ທົດ​ລອງ​​ແລ່ນລົດ​ໄຟ​ໃຕ້​ດິນແບບ​ບໍ່​ມີ​ຄົນ​ຂັບ. ລົດ​ໄຟ​ຂະ​ບວນນີ້ປະກອບ​ດ້ວຍຕູ້​ໂດຍສານ​ທັງ​ໝົດ 8 ຕູ້, ຮອງ​ຮັບ​ຜູ້​ໂດຍສານ​ໄດ້​ສູງ​ສຸດ 3.500 ຄົນ ​ແລ່ນ​ດ້ວຍ​ຄວາມ​ໄວອັດຕາ​ສູງ​ສຸດ​ເຖິງ 100 ກິ​ໂລ​ແມັດ/ຊົ່ວ​ໂມງ. ນອກ​ນີ້ຍັງ​ມີ​ການ​ອອກ​ແບບ​ມາ ​ເພື່ອ​ຮອງ​ຮັບ​ຄວາມ​ປອດ​ໄພ​ຂອງ​ຜູ້​ໂດຍສານ​ເປັນ​ສຳຄັນ. ສຳລັບ​ການ​ພັດທະນາ​ລົດ​ໄຟ​ໃຕ້​ດິນແບບ​ບໍ່​ມີ​ຄົນ​ຂັບ​ມີ​ຈຸດປະສົງ ​ເພື່ອ​ຫລຸດ​ພະນັກງານລວມທັງຫລຸດ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ສ້ອມ​ແປງ. ຕະຫລອດ​ໄລຍະ 10 ປີຜ່ານມາລະບົບ​ລົດ​ໄຟໃນ​ ຈີນ ມີ​ການ​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ.

ເນື້ອໃນ: ຂປລ