leftcenterrightdel
ພາບປະກອບ: AFP/ສໍານັກຂ່າວສານຫວຽດນາມ.

ພາຍຫຼັງບັນດາຄຳນາບຂູ່ໃໝ່ຈາກອາເມລິກາ, ພ້ອມທັງລັດຖະບານເວເນຊູເອລາ ກໍ່ອອກຄຳສັ່ງປິດປະຕູດ່ານຊາຍແດນທາງທະເລ ແລະການບິນຂອງເວເນຊູເອລາ ກັບເກາະ Antilles, ຂຶ້ນກັບໂຮນລັງ ຢູ່ເຂດທະເລ ກາຣີເບ ເຊິ່ງໄດ້ຮັບຖືວ່າແມ່ນສະຖານທີ່ເກັບມ້ຽນເຄື່ອງຊ່ວຍເຫຼືອມະນຸດສະທຳຂອງອາເມລິກາ ໃຫ້ແກ່ບັນດາປະເທດອາຟະລິກາລາຕິງ ນີ້, ຕາມຄຳສະເໜີຂອງຝ່າຍຄ້ານ Juan Guaido.

ຕາມທ່ານພົນເຮືອເອກ Vladimir Quintero, ຜູ້ບັນຊາການກຳລັງເຂດທາງທິດຕາເວັນຕົກສ່ຽງເໜືອເວເນຊູເອລາ ແລ້ວ, ທຸກການເຄື່ອນໄຫວທາງທະເລ ແລະການບິນເຊື່ອມຕໍ່ກັບ Aruba, Bonaire ແລະ Curazao ຂຶ້ນກັບເກາະດັ່ງກ່າວຖືກຢຸດຕິການເຄື່ອນໄຫວຊົ່ວຄາວຮອດເວລາມີການຕັດສິນໃໝ່.

ກຳລັງປະກອບອາວຸດເວເນຊູເອລາ ກໍ່ໄດ້ຮັບຄຳສັ່ງຍົກສູງຈິດໃຈລະວັງຕົວ ເພື່ອສະກັດກັ້ນບັນດາການກະທຳລະເມີດອະທິປະໄຕເມື່ອຝ່າຍຄ້າຍຖະແຫຼງວ່າວັນທີ 23 ກຸມພາ ຈະມາເຖິງບັນດາສິນຄ້າອຸປະຖຳຈະໄດ້ນຳເຂົ້າປະເທດນີ້ດ້ວຍທຸກວິທີ.

ແຫຼ່ງຄັກຈາກ: vovworld.vn