leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ເມື່ອ​ບໍ່​ດົນ​ມາ​ນີ້, ເກີດ​ອຸບັດ​ເຫດເຮືອບິນ 2 ລຳຂອງ​ກອງທັບອາກາດອິນ​ເດຍ ຕຳ​ກັນ​ກາງ​ອາກາດ​ໃນ​ລັດກາລະ​ນະ​ດະ​ຕະທາງ​ພາກ​ໃຕ້​ຂອງ​ປະ​ເທດ ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ 1 ຄົນ ​ແລະບາດ​ເຈັບ​ໜັກ​ອີກ 2 ຄົນ ຖືກ​ນຳ​ສົ່ງ​ໄປ​ໂຮງ​ໝໍ​ໃກ້​ຄຽງ​ແລ້ວ ລະຫວ່າງ​ການ​ຝຶກຊ້ອມ​ບິນ ​ເພື່ອ​ສະ​ແດງ​ໃນ​ງານ​ແອ​ໂຣອິນ​ເດຍ 2019 ຈະ​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 20-24 ກຸມພາ​ປີ​ນີ້ ທີ່​ເມືອງ​ເບ​ງກາ​ລູຣູ ຫລື ບັງ​ກາ​ລໍ ຄາດ​ວ່າຈະ​ມີ​ບໍລິສັດອາກາດ ​ແລະບໍລິ​ສັດ​ຈັດ​ຊື້​ຈັດ​ຈ້າງດ້ານ​ປ້ອງ​ກັນ​ປະ​ເທດ ທັງ​ພາຍ​ໃນ ​ແລະຕ່າງປະ​ເທດ ເຂົ້າຮ່ວມ​ເກືອບ 500 ​ແຫ່ງ.

ເນື້ອໃນ: ຂປລ