ລະດັບ​ຄວາມ​ເຕີບ​ໂຕ​ດັ່ງກ່າວແມ່ນ​ໄດ້​ຈາກ​ຄວາມ​ຕ້ອງການ​ຢູ່​ພາຍ​ໃນ​ປະເທດ​ເພີ່ມ​ຂຶ້ນ. ໃນ​ນັ້ນການ​ບໍລິໂພກ​ຂອງ​ສ່ວນ​ບຸກຄົນເພີ່ມ​ຂຶ້ນ 0,6% ຍ້ອນ​ວ່າ​ປະຊາຊົນ​ໃຊ້​ຈ່າຍ​ຫຼາຍ​ຂຶ້ນໃຫ້​ແກ່​ຄວາມ​ຕ້ອງການ​ດ້ານ​ການທ່ອງທ່ຽວ ແລະ​ການ​ກິນ​ດື່ມ. ໃນ​ຂະນະ​ດຽວ​ກັນການ​ໃຊ້​ຈ່າຍ​ທຶນ​ຂອງ​ບັນດາ​ບໍລິສັດເພີ່ມ​ຂຶ້ນ 2,4% ຍ້ອນ​ວ່າ​ບັນດາ​ບໍລິສັດ​ຂອງ​ຍີ່ປຸ່ນ ນຳ​ໃຊ້​ລະດັບ​ລາຍ​ຮັບ​ທີ່​ສ້າງ​ຖິ​ຕິ ເພື່ອ​ຊຸກຍູ້​ຂອບ​ຂະໜາດ ແລະສະມັດ​ຕະ​ພາບ​ການ​ຜະລິດ.

leftcenterrightdel
ພາບປະກອບຄັດຈາກ: vientianemai.net.

ບັນດາ​ຕົວ​ເລກ​ດັ່ງກ່າວຊີ້​ໃຫ້​ເຫັນ​ວ່າເສດຖະກິດ​ຍີ່ປຸ່ນ ພວມ​ຟື້ນ​ຟູຫຼັງ​ເກີດ​ໄພພິບັດ​ທາງ​ທຳ​ມະ​ຊາດ​ຫຼາຍ​ລາຍຕະຫຼອດ​ລະດູແລ້ງ​ປີ​ກາຍເຊັ່ນ​ຝົນຕົກ​ໜັກ​ເຮັດ​ໃຫ້​ເກີດ​ນ້ຳນອງຢູ່​ໃນ​ເຂດ​ພາກ​ຕາເວັນຕົກພາຍຸ​ເຮັດ​ໃຫ້​ສະໜາມ​ບິນ​ສາກົນກັນ​ຊາຍ ຕ້ອງ​ປິດ​ການເຄື່ອນໄຫວ ແລະແຜ່ນດິນ​ໄຫວ​ຢູ່​ທາງ​ພາກ​ເໜືອເຮັດ​ໃຫ້​ເສັ້ນທາງ​ຂົນສົ່ງ​ທີ່​ສຳຄັນ​ສາຍ​ຕ່າງໆ​ເປັນ​ອຳມະພາດ.

ເມື່ອ​ໄລ່​ທັງ​ ປີ 2018 ເສດຖະກິດ​ຍີ່ປຸ່ນ ບັນລຸ​ລະດັບ​ຄວາມ​ເຕີບ​ໂຕ 0,7%, ແລະ​ກໍ​ເປັນ​ປີ​ທີ 7 ທີ່​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ.

ຂ່າວ: ວຽງຈັນໃໝ່