ໃນການຢ້ຽມຢາມເມື່ອທ້າຍເດືອນທັນວາ 2018, ທ່ານ Harry Harris ໄດ້ເນັ້ນໜັກວ່າ, ຄວນລົງນາມໃນຂໍ້ຕົກລົງພິເສດກ່ຽວກັບການແບ່ງປັນງົບປະມານດ້ານການທະຫານສ.ເກົາຫຼີ - ອາເມລິກາ ຄັ້ງທີ 10 (SMA) ໂດຍໄວ, ຜ່ານນັ້ນຊ່ວຍໃຫ້ຂໍ້ຕົກລົງນີ້ໄດ້ປະກາດໃຊ້ໃນປີ 2019.

ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ໃນວັນດຽວກັນ, ໜັງສືພິມ DongA Ilbo ກໍ່ໄດ້ໃຫ້ຂ່າວວ່າ, ໃນການພົບປະກັບທີ່ປຶກສາດ້ານການຮັກສາຄວາມໝັ້ນຄົງແຫ່ງຊາດ ສ.ເກົາຫຼີ Chung Eui yong, ທ່ານເອກອັກຄະລັດຖະທູດ Harry Harris ຖືວ່າ, ອາດຈະພິຈາລະນາວິທີການປະຕິບັດ “ສັນຍາປ້ອງກັນຮ່ວມລະຫວ່າງ ສ.ເກົາຫຼີ - ອາເມລິກາ” ຕາມຮູບການອື່ນ, ຖ້າຫາກ ສ.ເກົາຫຼີ ບໍ່ເພີ່ມງົບປະມານໃຫ້ກອງທັບອາເມລິກາ ທີ່ພວມຕັ້ງທັບຢູ່ປະເທດນີ້.

ແຫຼ່ງຄັດຈາກ: vovworld.vn