ກ່າວຄໍາເຫັນທີ່ກອງປະຊຸມຫຼຸດຜ່ອນກໍາລັງອາວຸດ ແລະການທະຫານ ທີ່ຖືກຈັດຂຶ້ນຢູ່ເຊີແນວ ປະເທດສະວິດ ໂດຍສະຫະປະຊາຊາດອຸປະຖໍາ, ທ່ານ Robert Wood ເອກອັກຄະລັດຖະທູດອາເມລິກາ ຮັບຜິດຊອບກ່ຽວກັບການຫຼຸດຜ່ອນກໍາລັງອາວຸດ ແລະການທະຫານ ຊີ້ແຈ້ງວ່່າ: “ເປັນໜ້າເສຍດາຍ, ເມື່ອອາເມລິກາ ເຫັນວ່າຍາກທີ່ຈະເຊື່ອໝັ້ນລັດເຊຍ ໃນການປະຕິບັດບັນດາພັນທະຄວບຄຸມອາວຸດໄດ້. ລັດເຊຍ ຄວນທໍາລາຍລູກສອນໄຟ SSC – 8 ກໍຄືບັນດາຖານຍິງລູກສອນໄຟ ແລະບັນດາອຸປະກອນທີ່ກ່ຽວຂ້ອງທັງໝົດຢ່າງມີຫຼັກຖານ ເພື່ອແນໃສ່ກັບຄືນສູ່ປະຕິບັດສົນທິສັນຍາ INF”. ເຖິງຢ່າງໃດກໍຕາມ, ມາຮອດປັດຈຸບັນ, ມົດສະກູ ຢັ້ງຢືນວ່າ ລັດເຊຍ ປະຕິບັດສົນທິສັນຍາ INF ໃນເມື່ອ ອາເມລິກາ ມີການລະເມີດຢູ່ເລື້ອຍໆ. ທ່ານປະທານາທິບໍດີລັດເຊຍ Vladimir Putin ຖືວ່າ ເລື່ອງອາເມລິກາ ຖອນຕົວອອກຈາກ INF ຈະນາບຂູ່ເຖິງສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ (START – 3) ເຊິ່ງເປັນເອກະສານສະບັບສຸດທ້າຍໃນຂົງເຂດຄວບຄຸມອາວຸດ.

ແຫຼ່ງຄັດຈາກ: vovworld.vn.