leftcenterrightdel
ເຮືອບິນ F-35A Lightening II. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ໜັງສືພິມ Rodong Sinmun - ອົງການກະບອກສຽງຂອງພັກແຮງງານ ສປປ.ເກົາຫຼີ, ວັນທີ 20 ມັງກອນ ໄດ້ຕຳໜິຕິຕຽນແຜນການຜັນຂະຫຍາຍເຮືອບິນສູ້ຮົບຕ້ານລະບົບຣາດາຂອງສ.ເກົາຫຼີ ແລະກ່າວເຕືອນວ່າ ການກະທຳເກາະຜິດຄືດັ່ງກ່າວອາດຈະໄດ້ຮັບຖືວ່າ “ເທນ້ຳເຢັນ” ໃສ່ບັນຍາກາດສັນຕິພາບໃນແຫຼມເກົາຫຼີ. ບົດນຳຂອງໜັງສືພິມ Rodong Sinmun ໄດ້ເຕື້ອງເຖິງບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງບັນດາການນຳສປປ.ເກົາຫຼີ ແລະ ສ.ເກົາຫຼີ ໃນປີ 2018 ແລະຖືວ່າ: ການກະທຳຂອງວົງການເຈົ້າໜ້າທີ່ການທະຫານ ສ.ເກົາຫຼີ ແນໃສ່ເພີ່ມທະວີກຳລັງຄວາມສາມາດດ້ານການທະຫານໄດ້ໄປຝືນກັບຖະແຫຼງການ Panmunjom ແລະຖະແຫຼງການ ພຽງຢາງ ເດືອນ ກັນຍາ.

ແຫຼ່ງຄັດຈາກ: vovworld.vn.