leftcenterrightdel
ທ່ານ Taro Aso ລັດຖະມົນຕີກະຊວງການເງິນຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 17 ມັງກອນ, ທ່ານ Taro Aso ລັດຖະມົນຕີກະຊວງການເງິນຍີ່ປຸ່ນໄດ້ຮຽກຮ້ອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍພົ້ນເດັ່ນແຖວໜ້າໃນໂລກ (G20) ໃຫ້ຄໍາໝັ້ນສັນຍາຕ້ານລັດທິອາລັກຂາທີ່ພວມເພີ່ມຂຶ້ນຄືນໃໝ່. ກ່າວຄໍາເຫັນໄຂກອງປະຊຸມຮອງລັດຖະມົນຕີການເງິນ ແລະຮອງຜູ້ວ່າການທະນາຄານ G20  ເຊິ່ງຖືກດໍາເນີນຢູ່ນະຄອນຫຼວງ ໂຕກຽວ ປະເທດຍີ່ປຸ່ນ, ທ່ານ Taro Aso ກ່າວເຕືອນວ່າ ລັດທິອາລັກຂາ ແລະບັນດາຄວາມຊີນເຄີຍທາງການຄ້າບໍ່ຍຸຕິທໍາ ຈະທໍາລາຍສະຖຽນລະພາບຂອງເສດຖະກິດ. ທ່ານເນັ້ນໜັກວ່າ: “ຄວາມບໍ່ພໍໃຈ ແລະບໍ່ຍຸຕິທໍາໃນເສດຖະກິດ ພວມເພີ່ມຂຶ້ນ. ພວກເຮົາພວມຢືນຢູ່ຕໍ່ໜ້າຄວາມສ່ຽງຫຼາຍທີ່ສຸດ ນັ້ນແມ່ນຈະກັບຄືນສູ່ໂລກປິດ ແລະແຕກແຍກກັນ”.

ຄໍາເຫັນຂອງທ່ານລັດຖະມົນຕີ Taro Aso ໄດ້ຍົກອອກມາໃນສະພາບທີ່ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ນັບມື້ນັບເພີ່ມຂຶ້ນ ແລະເລີ່ມສົ່ງຜົນກະທົບໃສ່ກະແສເງິນລົງທຶນທົ່ວໂລກ ແລະການເຕີບໂຕເສດຖະກິດໃນໂລກ.

ແຫຼ່ງຄັດຈາກ: vovworld.vn