leftcenterrightdel
ນາງ ເຟ​ເດຣີ​ກາ ໂມ​ເກຣີ​ນີ ຜູ້​ແທນ​ລະດັບ​ສູງ​ຂອງສະຫະພາບ​ເອີ​ຣົບ (EU) ກ່ຽວ​ກັບ​ນະໂຍບາຍ​ພົວພັນ​ກັບ​ຕ່າງປະເທດ ແລະຄວາມ​ໝັ້ນຄົງ. ພາບ: ສໍານັກຂ່າວສານຫວຽດນາມ.

JCPOA ​ໄດ້​ຈຳກັດ​ຢ່າງ​ສົມຄວນກ່ຽວກັບໂຄງການ​ນິວ​ເຄລຍ ຂອງ​ອິຣານ ​ແລະຮັບປະກັນປະ​ເທດ​ນີ້ບໍ່​ມີ​ການ​ພັດທະນາອາວຸດ​ນິວ​ເຄລຍ. ນີ້​ຖື​ເປັນບັນຫາ​ສຳຄັນ​ສຳລັບຄວາມ​ໝັ້ນຄົງຂອງ​ເອີຣົບ, ພ​້ອມທັງ​ເນັ້ນໜັກ​ວ່າເມື່ອ​ໃດ ​ອິຣານ ຍັງ​ສືບ​ຕໍ່ປະ​ຕິ​ບັດ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ ​ເອີຣົບ ຈະ​ສືບ​ຕໍ່​ດຳ​ເນີນ​ຂໍ້​ຕົກລົງ​ດັ່ງກ່າວ. ​ບັນດາ​ປະ​ເທດ​ສະມາຊິກ​ເອີຣົບ ​ໃນ​ສະພາ​ຄວາມ​ໝັ້ນຄົງ​ປະກອບ​ດ້ວຍ ອັງກິດ, ຝຣັ່ງ, ​ໂຮ​ນລັງ, ຊູ​​ແອັດ, ​ໂປ​ໂລ​ຍ ​ແລະ ​ແບນ​ຊິກ ​ໄດ້​ເອກະ​ພາບ. ​ແບ​ນຊິກ ​ແລະເຢຍລະ​ມັນ ຈະ​ເປັນ​ສະມາຊິກສະພາ​ຄວາມ​ໝັ້ນຄົງໃນ​ປີ 2019. 

ຂ່າວ: ຂປລ