ກ່າວຄຳເຫັນຢູ່ ບຣຸກແຊນ, ປະເທດ ແບນຊິກ, ທ່ານນາງ May ໃຫ້ຮູ້ວ່າ: ທ່ານນາງເຊື່ອໝັ້ນວ່າ ພັກນິຍົມຮັກສາເດີມຄວນມີການນຳຜູ້ອື່ນນຳໜ້າເພື່ອກ້າວເຂົ້າສູ່ການເລືອກຕັ້ງທົ່ວປະເທດ.

leftcenterrightdel
ທ່ານນາງ Theresa May ນາຍົກລັດຖະມົນຕີອັງກິດ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ໃນວັນທີ 12 ທັນວາ, ທ່ານນາງ Theresa May ໄດ້ຂ້າມຜ່ານການເລືອກຕັ້ງປ່ອນບັດໄວ້ວາງໃຈພາຍໃນພັກນິຍົມຮັກສາເດີມ ດ້ວຍບັດສະໜັບສະໜູນ 200 ບັດ ແລະບັດຄ້ານ 117 ບັດ. ການປ່ອນບັດໄດ້ຈັດຕັ້ງພາຍຫລັງສະມາຊິກຫຼາຍຄົນຂອງພັກນີ້ບໍ່ພໍໃຈຕໍ່ວິທີການແກ້ໄຂຂອງທ່ານນາງນາຍົກລັດຖະມົນຕີອັງກິດ ກ່ຽວກັບບັນຫາອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ ຫຼື ເອີ້ນວ່າ Brexit.

ຕາມແຜນການທີ່ໄດ້ປະກາດໃນວັນທີ 13 ທັນວາ, ບັນດາສະມາຊິກລັດຖະສະພາອັງກິດ ຈະປ່ອນບັດກ່ຽວກັບຂໍ້ຕົກລົງ Brexit ເຊິ່ງທ່ານນາງນາຍົກລັດຖະມົນຕີ May ບັນລຸໄດ້ກັບ ອີຢູ ໃນເດືອນ ມັງກອນ 2019 ຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn