ກຸ່ມນີ້ໄດ້ອອກແຈ້ງການເນັ້ນໜັກຄຳໝັ້ນສັນຍາວ່າ ຈະສືບຕໍ່ສະໜັບສະໜູນການປະຕິບັດແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ແລະມະຕິເລກທີ 2231 ຂອງສະຫະປະຊາຊາດຢ່າງຄົບຖ້ວນ ແລະມີປະສິດທິຜົນ. ແຈ້ງການມີຕອນຂຽນແຈ້ງວ່າ ບັນດາປະເທດຮັບຮູ້ວ່າ ອີຣານ ສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາທີ່ກ່ຽວຂ້ອງເຖິງນິວເຄຼຍ. JCPOA ໄດ້ຈຳກັດໂຄງການນິວເຄຼຍຂອງອີຣານ ພໍສົມຄວນ ແລະຮັບປະກັນປະເທດນີ້ບໍ່ພັດທະນາອາວຸດນິວເຄຼຍ. ນີ້ແມ່ນບັນຫາສຳຄັນຕໍ່ຄວາມໝັ້ນຄົງຂອງ ເອີຣົບ. ແຈ້ງການຂ່າວເນັ້ນໜັກວ່າ: ຍາມໃດອີຣານ ກໍ່ຍັງຄົງສືບຕໍ່ປະຕິບັດຄຳໝັ້ນສັນຍາຂອງຕົນຢ່າງຄົບຖ້ວນນັ້ນ ອີຢູ ກໍ່ຈະສືບຕໍ່ປະຕິບັດຂໍ້ຕົກລົງນີ້ເຊັ່ນດຽວກັນ.

ແຫຼ່ງຄັດຈາກ: vovworld.vn