ຕອນຄ່ຳວັນທີ 11 ທັນວາ, ເກີດເຫດຍິງປືນຢູ່ເຂດຕະຫຼາດ ຄຼິດສະມາດ ຢູ່ໃຈກາງນະຄອນ Strasbourg ຂອງປະເທດ ຝລັ່ງ, ເຮັດໃຫ້ຢ່າງໜ້ອຍສຸດມີ 4 ຄົນຖືກເສຍຊີວິດ ແລະ 11 ຄົນຖືກຮັບບາດເຈັບ. ປະຈຸບັນ, ຕະຫຼາດແຫ່ງນີ້ໄດ້ຍ້າຍໄປຕັ້ງຢູ່ບ່ອນອື່ນ ແລະມີຕຳຫຼວດປະກອບອາວຸດໄດ້ໄປຍັງສະຖານທີ່ເກີດເຫດ.

leftcenterrightdel
ສະຖານທີ່ເກີດເຫດ. ພາບ: ສຳນັກຂ່າວສານຫວຽດນາມ.

ສື່ມວນຊົນ ຝລັ່ງ ໄດ້ຄັດສະເໜີແຫຼ່ງຂ່າວຂອງຕຳຫຼວດໂດຍໃຫ້ຮູ້ວ່າ: ພາຍຫຼັງການບຸກໂຈມຕີ, ກຳລັງພິເສດໄດ້ດຳເນີນການຈັບຕົວເປົ້າໝາຍຜູ້ກໍ່ເຫດ.

ປະຈຸບັນ, ບໍ່ທັນຮູ້ແຈ້ງສາເຫດພາໃຫ້ເກີດການຍັງກັນ, ແຕ່ເຈົ້າໜ້າທີ່ໄອຍະການຕ້ານການກໍ່ການຮ້າຍໄດ້ເປີດການສອບສວນ. ທ່ານ Christophe Cataner, ລັດຖະມົນຕີກະຊວງພາຍໃນ ຝລັ່ງ ໃຫ້ຮູ້ວ່າ: ອົງການປ້ອງກັນຄວາມສະຫງົບໃຫ້ຮູ້ຊີວະປະຫວັດຂອງຜູ້ກໍ່ເຫດ, ໃນຂະນະທີ່ອຳນາດການປົກຄອງທ້ອງຖິ່ນໃຫ້ຮູ້ວ່າ ເປົ້າໝາຍແມ່ນນອນໃນບັນຊີລາຍຊື່ພວມຖືກຕິດຕາມຂອງອົງການສືບລາຊະການລັບ.

ແຫຼ່ງຄັດຈາກ: vovworld.vn