ໃນການໄປປະຕິບັດງານເພື່ອຊອກຫາການປະນິປະນອມສຳລັບຂໍ້ຕົກລົງອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ຫຼືເອີ້ນວ່າ Brexit. ໃນບັນດາການພົບປະ, ການນຳ EU ສະແດງຄວາມພ້ອມເພື່ອຊ່ວຍເຫຼືອອັງກິດ, ແຕ່ປັດເຂ່ຍກໍລະນີເຈລະຈາຂໍ້ຕົກລົງຄືນໃໝ່. ພາຍຫຼັງປຶກສາຫາລືກັບນາຍົກລັດຖະມົນຕີອັງກິດ ຢູ່ບຣຸກແຊນ, ປະເທດແບນຊິກ, ຜ່ານສື່ສັງຄົມອອນລາຍ Twitter, ທ່ານປະທານສະພາເອີລົບ Donal Tusk ຂຽນວ່າ “ແນ່ນອນວ່າ EU ຢາກຊ່ວຍເຫຼືອ, ແຕ່ບັນຫານັ້ນແມ່ນຊ່ວຍຄືແນວໃດ”.

leftcenterrightdel
ນາຍົກລັດຖະມົນຕີອັງກິດຊອກຫາການປະນິປະນອມຈາກ EU ໃນບັນຫາ Brexit. (ພາບ: AFP/ ສໍານັກຂ່າວສານຫວຽດນາມ)

ກໍ່ທີ່ການພົບປະໃນວັນທີ 11 ທັນວາກັບທ່ານນາງນາຍົກລັດຖະມົນຕີອັງກິດ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໃຫ້ຮູ້ວ່າ “ບໍ່ມີຄວາມສາມາດໃດໃຫ້ແກ່ການເຈລະຈາຂໍ້ຕົກລົງຄືນໃໝ່”. ການນຳ EU ສືບຕໍ່ມີບັນດາການປຶກສາຫາລືໃນວັນທີ 12 ທັນວາ ຢູ່ສ.ອຽກລັງ, ເຊິ່ງແມ່ນບ່ອນທີ່ທ່ານນາງນາຍົກລັດຖະມົນຕີອັງກິດ ຈະພົບປະກັບທ່ານນາຍົກລັດຖະມົນຕີອຽກລັງ Leo Varadkar, ຕໍ່ຈາກນັ້ນຈະກັບຄືນບຣຸກແຊນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ EU.

ແຫຼ່ງຄັດຈາກ: vovworld.vn