ບົດ​ລາຍ​ງານ​ດັ່ງກ່າວ​ລະບຸ​ວ່າ ການ​ດຳເນີນ​ການ​ຢ່າງ​ຂ້ຽວຂາດເພື່ອ​ຕ້ານ​ກັບ​ການ​ປ່ຽນແປງສະພາບ​ດິນ​ຟ້າ​ອາກາດ​ໃນ​ວັນ​ນີ້ ອາດ​ຈະ​ເປັນ​ຊ່ວຍເຫຼືອ​ຊີວິດ​ຂອງ​ຫຼາຍໆ​ຄົນ ແລະ​ປະຢັດ​ຊັບ​ສິນເງິນ​ຄຳ​ໄດ້​ເປັນ​ຈຳນວນ​ຫຼາຍເມື່ອ​ຮອດ​ກາງ​ສະຕະວັດ​ທີ 21. ຂໍ້​ຕົກລົງ​ປາ​ຣີ ປີ 2015 ບໍ່​ສະເພາະ​ແຕ່​ນຳ​ມາ​ຊຶ່ງ​ຜົນ​ປະໂຫຍດ​ໃຫ້​ແກ່​ໜ່ວຍ​ໂລກ​ເທົ່າ​ນັ້ນ ຫາກ​ຍັງ​ນຳ​ມາ​ຊຶ່ງ​ຜົນ​ປະໂຫຍດໃຫ້​ແກ່​ການ​ດຳລົງ​ຊີວິດ​ຂອງ​ຜູ້​ຄົນ​ນຳ​ອີກ. ຄາດ​ວ່າສະເພາະ​ແຕ່​ການ​ຫຼຸດຜ່ອນ​ມົນ​ລະ​ພິດ​ໃນ​ອາກາດ ກໍ່​ສາມາດ​ຊ່ວຍເຫຼືອ​ຊີວິດ​ໄດ້​ປະມານ 1 ລ້ານ​ຄົນ.

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.

ບົດ​ລາຍ​ງານ​ດັ່ງກ່າວ​ກໍ​່ຢັ້ງຢືນ​ວ່າ ຜົນ​ປະໂຫຍດ​ທາງ​ດ້ານ​ເສດຖະກິດທີ່​ບັນລຸ​ໄດ້ຈາກ​ການ​ແກ້​ໄຂ​ສຸຂະພາບ​ຂອງ​ຜູ້​ຄົນ ຈະ​ໃຫຍ່​ທົບ​ສອງ​ເທົ່າ​ຕົວຂອງ​ລະດັບ​ຄ່າ​ໃຊ້​ຈ່າຍໃຫ້​ແກ່​ການ​ແກ້​ໄຂ​ສະພາບ​ໜ່ວຍ​ໂລກ​ຮ້ອນ​ຂຶ້ນ ແລະ​ຕ້ານ​ມົນ​ລະ​ພິດ​ໃນ​ອາກາດ. ຄາດ​ວ່າການ​ສຳ​ພັດ​ກັບ​ອາກາດ​ເປັນ​ພິດເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 7 ລ້ານ​ຄົນ/ປີ ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ດ້ານ​ສະ​ຫວ​ັດ​ດີ​ການໃນ​ທົ່ວ​ໂລກ​ເຖິງ 5.110 ຕື້​ໂດ​ລາ​ສະຫະລັດ.

ຂ່າວ: ວຽງຈັນໃໝ່