ໃນ​ຄຳ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳແໜ່ງ​ນັ້ນ ທ່ານ ຈີ​​ສ​ຕີ ໃຫ້​ຮູ້​ວ່າ ການ​ຕັດສິນ​ໃຈ​ລາ​ອອກ​ຂອງ​ເຂົາແມ່ນ​ເປັນ​ຍ້ອນ​ບໍ່​ເຫັນ​ພ້ອມ​ກັບ​ຮ່າງ​ຂໍ້​ຕົກລົງກ່ຽວ​ກັບ​ເລື່ອງ​ອັງກິດ​ຖອນ​ອອກ​ຈາກ​ສະຫະພາບ​ເອີ​ຣົບ (EU) ຫຼື​ທີ່​ເອີ້ນ​ວ່າ Brexit ທີ່​ຫາ​ກໍ່​ບັນລຸ​ໄດ້​ນັ້ນພ້ອມ​ທັງ​ໝົດ​ຫວັງ​ຍ້ອນ​ວ່າ​ລັດຖະບານຂອງ​ນາຍົກລັດຖະມົນຕີເມ “ຂາດ​ກຳລັງ​ຄວາມ​ສາມາດ​ໃນ​ການ​ນຳພາ” ໃນ​ບັນຫາ​ຜູ້​ຍ້າຍ​ຖິ່ນ​ຖານ.

leftcenterrightdel
ພາບ: vientianemai.net.

ມາ​ຮອດ​ວັນ​ສຸກ​ທີ່​ຜ່ານ​ມາ ມີ​ສະມາຊິກ​ລັດ​ຖະ​ສະພາ​ຈາກ​ພັກ​ຄອງ​ເດີມປະມານ 40 ຄົນ ພ້ອມ​ທີ່​ຈະ​ປ່ອນ​ບັດ​ຕ້ານ​ກັບ​ຮ່າງ​ຂໍ້​ຕົກລົງ​ດັ່ງກ່າວ. ເພື່ອ​ໃຫ້​ຂໍ້​ກຳນົດ​ນັ້ນ​ໄດ້​ຮັບ​ການ​ຮັບຮອງ ນາຍົກລັດຖະມົນຕີເມ ຕ້ອງ​ໄດ້​ຮັບ​ສຽງ​ສະໜັບສະໜູນ​ຂອງ​ສະມາຊິກ​ລັດ​ຖະ​ສະພາຢ່າງ​ໜ້ອຍ 320 ທ່ານ ຈາກ​ຈຳນວນ 650 ທ່ານ ໃນ​ສະພາ​ຕ່ຳ.

ກ່ອນ​ການ​ປະກາດ​ລາ​ອອກ​ຈາກ​ຕຳແໜ່ງ​ຂອງ​ທ່ານ ຈິ​​ສ​ຕີ ກໍ​່ມີ​ເຈົ້າ​ໜ້າທີ່​ໃນ​ຄະນະ​ລັດຖະບານຂອງ​ນາຍົກລັດຖະມົນຕີເມ ປະກາດ​ລາ​ອອກ​ຈາກ​ຕຳແໜ່ງ​ໄປ​ແລ້ວ 4 ທ່ານ ໂດຍ​ໃຫ້​ເຫດຜົນທີ່​ຄ້າຍຄື​ກັນນັ້ນ​ກໍ່​ໄດ້ແກ່​ທ່ານ  ຊູ​ເອ​ລາ ບຣາ​ເວີ​ແມນ ຮອງ​ລັດຖະມົນຕີ​ຮັບຜິດຊອບ Brexit; ທ່ານ​ນາງ ເອ​​ສ​ເທີ ແມກ​ເວ ລັດຖະມົນຕີ​ວຽກ​ເຮັດ​ງານ​ທຳ ແລະ​ບຳນານ; ທ່ານ ໂດ​ມີ​ນິກ ແຣບ ລັດຖະມົນຕີຮັບຜິດຊອບ Brexit; ແລະ​ທ່ານ ຊາຍ​ເລ​​ສ ວາ​ຣາ ລັດຖະມົນຕີ​ປະຈຳ​ກະຊວງການ​ຕ່າງປະເທດຮັບຜິດຊອບ​ກ່ຽວ​ກັບອຽກ​ລັງ​ເໜືອ.

ຂ່າວ: ວຽນຈັນໃໝ່