ກ່າວປາໄສໄຂກອງປະຊຸມ, ທ່ານ O’Neill ນາຍົກລັດຖະມົນຕີປາປົວນິວກີເນ ໄດ້ເນັ້ນໜັກເຖິງຄວາມໝາຍຂອງກອງປະຊຸມດ້ວຍຫົວຂໍ້ “ຍາດແຍ່ງບັນດາໂອກາດກວມລວມ, ເສີມຂະຫຍາຍອະນາຄົດດິຈີຕອນ”, ຍົກສູງບົດບາດຂອງ APEC ສືບຕໍ່ແມ່ນເວທີປາໄສເສດຖະກິດແຖວໜ້າຂອງພາກພື້ນ, ຊຸກຍູ້ດ້ານການຄ້າ, ການລົງທຶນເປີດ ແລະເສລີ, ປະກອບສ່ວນນຳອາຊີ - ປາຊີຟິກກາຍເປັນກຳລັງໜູນຂອງການເຕີບໂຕ ແລະຮ່ວມສຳພັນໃນທົ່ວໂລກ.

ບັນດາການນຳ APEC ໄດ້ເຂົ້າຮ່ວມການເຈລະຈາກັບທ່ານນາງ Christine Lagarde ຜູ້ອຳນວຍການບໍລິຫານກອງທຶນເງິນຕາສາກົນ (IMF). ບັນດາການນໍາໄດ້ແບ່ງປັນການຕີລາຄາຂອງທ່ານນາງ Christine Lagarde  ກ່ຽວກັບບັນດາກາລະໂອກາດ ແລະສິ່ງທ້າທາຍທີ່ພວມວາງອອກສຳລັບເສດຖະກິດໂລກ ແລະພາກພື້ນກໍ່ຄືບັນດາຂໍ້ສະເໜີແນໃສ່ຊຸກຍູ້ການເຕີບໂຕແບບຍືນຍົງ, ກວມລວມໃນສັງກາດດິຈີຕອນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ແລະບັນດາການນຳເສດຖະກິດ APEC. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ສະເໜີວ່າຄວນເພີ່ມທະວີການປະຕິຮູບໂຄງປະກອບເພື່ອແນໃສ່ຮັດແຄບຊ່ອງຫວ່າງລະຫວ່າງບັນດາພື້ນຖານເສດຖະກິດ, ນຳໂຄງການດໍາເນີນງານໃໝ່ APEC ກ່ຽວກັບການປະຕິຮູບອົງປະກອບເຂົ້າໃນໂຄງການດໍາເນີນງານຂອງບັນດາປະເທດສະມາຊິກ, ຮັບປະກັນບັນດາຜົນປະໂຫຍດຂອງການປະດິດສ້າງ ແລະເຕັກໂນໂລຢີແຜ່ຂະຫຍາຍໃນພື້ນຖານເສດຖະກິດ, ເຖິງປະຊາຊົນທຸກຄົນ ແລະວິສາຫະກິດ, ໜູນຊ່ວຍວິສາຫະກິດຂະໜາດກາງ ແລະໜ້ອຍ. APEC ຄວນຊຸກຍູ້ການຜັນຂະຫຍາຍຂໍ້ລິເລີ່ມກ່ຽວກັບດ້ານການຄ້າເອເລັກໂຕນິກຜ່ານຊາຍແດນ, ເສດຖະກິດເຄືອຂ່າຍອິນເຕີແນັດ ແລະເສດຖະກິດດິຈີຕອນຢ່າງມີປະສິດທິຜົນ.

ທ່ານ ຫງວຽນຊວນຟຸກ ຖືວ່າ APEC ຄວນສືບຕໍ່ເສີມຂະຫຍາຍບົດບາດແມ່ນກຳລັງໜູນໃຫ້ແກ່ບັນດາການຮ່ວມສຳພັນໃນພາກພື້ນ ແລະທົ່ວໂລກ. ສືບຕໍ່ທ່າຂອງປີ APEC 2017, ທີ່ກອງປະຊຸມຄັ້ງນີ້,  APEC ຄວນສືບຕໍ່ສົ່ງສານຢ່າງແຮງກ່ຽວກັບບົດບາດນໍາໜ້າສະໜັບສະໜູນລະບົບການຄ້າຫຼາຍຝ່າຍເປີດ, ກະຈ່າງແຈ້ງ, ຍຸດຕິທໍາ, ອີງໃສ່ບັນດາລະບຽບກົດໝາຍໃໝ່, ຍົກສູງບົດບາດໃຈກາງແມ່ນ WTO ກວ່າອີກ. ທ່ານ ຫງວຽນຊວນຟຸກ ຢັ້ງຢັນວ່າ, ຜ່ານ 20 ປີເຂົ້າຮ່ວມ APEC, ຫວຽດນາມ ໄດ້ເຂົ້າຮ່ວມຂໍ້ສະເໜີແນວຄວາມຄິດຢ່າງຕັ້ງໜ້າ, ເປັນເຈົ້າການປະຕິບັດບັນດາຂໍ້ລິເລີ່ມ ແລະຈະສືບຕໍ່ມີການປະກອບສ່ວນຫຼາຍຢ່າງ, ເພື່ອພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມກ່ຽວກັບວິໄສທັດຂອງປະຊາຄົມເສດຖະກິດອາຊີ - ປາຊີຟິກແຫ່ງສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ.

ໂດຍ: ທະນາພອນ