leftcenterrightdel
ພາບປະກອບຈາກ: vientianemai.net.

ຂ່າວ​ແຈ້ງວ່າຜົນ​ຜະລິດ​ອຸດສາຫະກຳ​ຂອງ​ຈີນ ໃນ​ເດືອນ​ຕຸລາ ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາໄດ້​ເພີ່ມ​ຂຶ້ນ 5,9% ດັດຊະນີ​ຂະແໜງການ​ບໍລິການ​ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ​ເພີ່ມ​ຂຶ້ນ 7,2% ອັດຕາ​ເພີ່ມ​ຂຶ້ນ​ແຕ່​ເດືອນ​ມັງກອນ ຫາ​ເດືອນຕຸລາ ຂອງ​ຂະແໜງການ​ອຸດສາຫະກຳ ແລະ​ຂະແໜງການ​ບໍລິການເທົ່າ​ກັບ​ອັດຕາ​ເພີ່ມ​ຂຶ້ນ​ແຕ່​ເດືອນ​ມັງກອນ ຫາ​ເດືອນກັນຍາ ຂອງ​ປີຜ່ານມາ. ມູນ​ຄ່າ​ການ​ລົງທຶນ​ແຕ່​ເດືອນ​ມັງກອນ ຫາ​ເດືອນ​ຕຸລາ​ປີ​ນີ້ ທຽບໃສ່​ໄລຍະ​ດຽວ​ກັນ​ປີຜ່ານມາ​ເພີ່ມ​ຂຶ້ນ 5,7%.

ເມື່ອ​ເບິ່ງ​ໂດຍ​ລວມ​ແລ້ວດັດຊະນີ​ດ້ານ​ການ​ຜະລິດ ​ແລະ​ຄວາມ​ຕ້ອງການການ​ປະກອບ​ອາຊີບລາຄາ​ສິນຄ້າລາຍ​ຈ່າຍ ​ແລະ​ລາຍ​ຮັບ​ສາກົນລ້ວນ​ແຕ່​ສາມາດ​ຮັກສາ​ຈັງຫວະ​ການ​ເໜັງ​ຕີງ​ຢ່າງ​ໝັ້ນ​ທ່ຽງ.

ຂ່າວ: ວຽງຈັນໃໝ່