leftcenterrightdel
ພາບ: kpl.gov.la

ຕາມ​ຂ່າວສານ​ຫວຽດນາມ, ວັນ​ທີ 15 ​ເດ​ືອນພະຈິກ​, ອົດ​ສະຕຣາລີ ​ໄດ້​ລົງ​ນາມ ​ສັນຍາ ​ການ​ຄ້າ​ເສລີ (FTA) ກັບ​ເຂດ​ຮົງກົງ​ (ຈີນ) ​ໃນ​ລະຫວ່າງການ​ພົບ​ປະລະ​ດັບ ​ລັດຖະມົນຕີ ​ໃນ​ຂອບກ​ອງປະຊຸມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ​ອາຊີ-ປາຊິ​ຟິກ (APEC) ຈັດ​ຂຶ້ນ​ຢູ່​ປະ​ເທດ ປາ​ປົວ​ນິວກິ​ນີ, ຕາມ​ນັ້ນບັນດາສິນຄ້າ​ອົດ​ສະຕຣາລີ ນຳ​ເຂົ້າເຂດຮົງ​ກົງຍົກ​ເວັ້ນພາສີ​ 0%. ສັນຍາ​ ສະບັບ​ນີ້ ​ຈະຮັບປະກັນ​​ໃຫ້ບັນດາ​ວິ​ສາ​ຫະກິດ ອົດ​ສະຕຣາລີ ​ສືບ​ຕໍ່​ລົງທຶນ​ເຂົ້າ​ໃນ​​ເຂດ​ ຮົງ​ກົງ ໃນ​ຂະນະ​ນີ້ ມີມູນ​ຄ່າ​ເຖິງ 47 ຕື້​ໂດ​ລາ​ ອົດ​ສະຕຣາລີ. ປີ​ກາຍ​ນີ້, ອົດ​ສະຄຣາລີ​ສົ່ງ​ອອກ​ສິນຄ້າ​ໄປ​ຍັງ​​ເຂດ​ນີ້ ບັນລຸ 12 ຕ​ື້​ໂດ​ລາ​ ອົດ​ສະຕຣາລີ. 

ເນື້ອໃນ: ຂປລ