ໜັງສືພິມ Strait Times ລາຍ​ງານ​ວ່າບົດ​ບັນທຶກ​ຊ່ວຍ​ຈຳ​ຕ່າງໆ​ດັ່ງກ່າວຄວບ​ຄຸມ​ເອົາ​ບັນດາ​ຂົງເຂດ​ການ​ຮ່ວມ​ມື​ແບບ​ສອງ​ຝ່າຍເຊັ່ນ ພັດທະນາ​ທາງ​ດ້ານ​ການ​ຄ້າເຕັກ​ໂນ​ໂລ​ຊີ​ດ້ານ​ການ​ເງິນ ວັດທະນາ​ທຳສິ່ງແວດລ້ອມເຂດ​ຕົວ​ເມືອງ ແລະຂົງເຂດ​ອື່ນໆ.

leftcenterrightdel
ທ່ານ ຫຼີ​ເຄີ້​ສຽງ ນາຍົກລັດຖະມົນຕີຈີນ  ແລະທ່ານ ຫຼີຊຽນຫຼົງ ນາຍົກລັດຖະມົນຕີສິງກະໂປ. ພາບ:  straitstimes.

ໄປ​ຄຽງ​ຄູ່​ກັບ​ການ​ລົງ​ນາມ​ໃນບັນດາ​ບົດ​ບັນທຶກ​ຊ່ວຍ​ຈຳ​ນັ້ນສອງ​ຝ່າຍ​ກໍ​ໄດ້​ຍົກ​ລະດັບ CSFTA ເປັນ​ການ​ຊ່ວຍ​ນຳ​ເອົາ​ສິນຄ້າ​ນຳ​ເຂົ້າຂອງ​ສິງກະໂປ ເຂົ້າ​ໄປ​ໃນ​ຈີນ​ໄດ້​ງ່າຍ​ຂຶ້ນ ແລະ​ເພີ່ມ​ທະວີ​ການປ້ອງ​ກັນ​ການ​ລົງທຶນ. ນອກຈາກ​ນັ້ນແລ້ວການ​ປ່ຽນແປງ​ກໍ່​ຍັງ​ເວົ້າ​ເຖິງ​ມາດ​ຕະການ​ແກ້​ໄຂ​ດ້ານ​ການ​ຄ້າເອກະສານ​ກ່ຽວ​ກັບ​ພາສີ​ອາກອນພ້ອມ​ກັນ​ນັ້ນ​ກໍ່​ແກ້​ໄຂ​ບາງ​ບັນຫາ​ໃໝ່ເຊັ່ນ​ການ​ປ້ອງ​ກັນ​ສິ່ງແວດລ້ອມການ​ຄ້າ​ເອ​ເລັກ​ໂຕ​ນິກ ແລະການ​ແກ່ງ​ແຍ້ງ.

ຂ່າວ: ວຽງຈັນໃໝ່