leftcenterrightdel
ການນໍາໂລກເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີໜຶ່ງຢູ່ປາຣີ. ພາບ: AP.

ໃນວັນດຽວກັນ, ທ່ານ Emmanuel Macron ປະທານາທິບໍດີຝະລັ່ງ ເປັນປະທານພິທີໄຂເວທີປາໄສສັນຕິພາບປາຣີ, ໄດ້ຈັດຕັ້ງເພື່ອແນໃສ່ຊຸກຍູ້ບັນດາມາດຕະການສໍາຜັດຫຼາຍຝ່າຍຕໍ່ບັນຫາກ່ຽວກັບຄວາມໝັ້ນຄົງ ແລະການບໍລິຫານດ້ວຍຈຸດປະສົງສຸດທ້າຍແມ່ນສະກັດກັ້ນສິ່ງຜິດພາດທີ່ເຮັດໃຫ້ເກີດຂຶ້ນສົງຄາມໂລກຄັ້ງທີໜຶ່ງ. ກ່ອນໜ້ານັ້ນ 1 ອາທິດ, ໃນທົ່ວປະເທດຝະລັ່ງ ໄດ້ດໍາເນີນບັນດາເຫດການສະເຫຼີມສະຫຼອງ ຄື: ງານວາງສະແດງ, ໂຄງການການສຶກສາ, ການສະແດງສິລະປະ. ມີຫຼາຍກວ່າ 1.200 ເຫດການທີ່ເປັນເອກະລັກສະເພາະທີ່ສຸດຢູ່ບັນດາທ້ອງຖິ່ນຕ່າງໆເຊິ່ງຄະນະກໍາມະການແຫ່ງຊາດໄດ້ຕິດປ້າຍ “100 ປີ” ໃສ່.

ໂດຍ: ທະນາພອນ