ກ່າວຄຳເຫັນຕໍ່ໜ້າປະຊາຊົນຫຼາຍສິບພັນຄົນທີ່ສະໜາມຫຼວງພະລາຊະວັງ, ເຈົ້າຊີວິດ  Norodom Sihamoni ແລະທ່ານ Hun Sen  ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດຂອງຕົນເພື່ອປົກປັກຮັກສາເອກະລາດ ແລະອິດສະຫຼະພາບໃຫ້ແກ່ປະເທດຊາດ.

leftcenterrightdel
ພາບປະກອບ: ສຳນັກຂ່າວສານຫວຽດນາມ.

ຂອບໃຈບັນດາກຳລັງປະກອບອາວຸດ ແລະປະຊາຊົນໄດ້ມານະພະຍາຍາມພ້ອມກັບລັດຖະບານຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ໃຫ້ຄຳໝ້ັນສັນຍາວ່າຈະສືບຕໍ່ມານະພະຍາຍາມ ເພື່ອຊຸກຍູ້ການພັດທະນາວັດທະນາຖາວອນ, ກໍ່ຄືນຳເອົາຄວາມກ້າວໜ້າມາໃຫ້ປະຊາຊົນ ແລະປະເທດກຳປູເຈຍ; ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ກຳປູເຈຍ ສາມັກຄີເປັນຈິດໜຶ່ງໃຈດຽວກັນ, ເປັນເອກະພາບຕາມລັດຖະທຳມະນູນ ແລະກົດໝາຍ, ຮ່ວມແຮງຮ່ວມໃຈກັນປົກປັກຮັກສາ, ສ້າງສາ ແລະພັດທະນາເພື່ອໃຫ້ປະເທດ ກຳປູເຈຍ ຮັ່ງມີເຂັ້ມແຂງ. 

ໂດຍ: ສົມເພັດ