leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບຄັດຈາກ kpl.gov.la

ກອງ​ປະຊຸມ​ມີການເຂົ້າຮ່ວມຂອງ 70 ກວ່າ​ປະ​ເທ​ດໃນທົ່ວ​ໂລກ​ເປັນ​ໄລຍະ​ເວລາ 3 ວັນ ​ເພື່ອ​ສົ່ງ​ເສີມ​ການ​ແລກປ່ຽນການ​ຮຽນ​ຮູ້​ຮ່ວມ​ກັນການ​ຮ່ວມ​ມື ​ແລະແລກປ່ຽນ​ດ້ານ​ດີ​ຈິ​ຕອນລວມທັງ​ເສີມ​ສ້າງສັນຕິພາບ ​ແລະການ​ພັດທະນາ​ ໄຊ​ເບີ ສະ​ເປສ (Cyberspace) ທົ່ວ​ໂລກ. ກອງ​ປະຊຸມ​ຄັ້ງນີ້ໄດ້​ແບ່ງ​ອອກ​ເປັນ​ກອງ​ປະຊຸມ​ຍ່ອຍ​ອີກ 19 ລາຍການພາຍ​ໃຕ້​ແນວ​ຄິດ 5 ​ເລື່ອງເປັນຕົ້ນສົ່ງ​ເສີມ​ການ​ພັດທະນານະ​ວັດຕະ​ກຳຄວາມ​ໝັ້ນຄົງທົ່ວ​ໂລກ​ເປີດ​ກວ້າງ ​ແລະທົ່ວ​ເຖິງ​ເພື່ອ​ຊີວິດທີ່​ດີກ​ວ່າ ​ແລະ​ຄວາມ​ກ້າວໜ້າ​ຮ່ວມ​ກັນລວມທັງການ​ເຜີຍ​ແຜ່ລາຍ​ງານ​ຄວາມ​ສຳ​ເລັດທາງ​ວິທະຍາສາດ ​ແລະ ເຕັກ​ໂນ​ໂລ​ຊີ.

ຂ່າວ: ຂປລ