ຄະນະກໍາມະການສູນກາງພັກກອມມູນິດສະຫະພັນລັດເຊຍ, ຝ່າຍພັກກອມມູນິດລັດເຊຍທີ່ Duma ແຫ່ງຊາດ, ຄະນະກໍາມະການເຂດຕ່າງໆ ແລະນະຄອນມົດສະກູ ຂອງພັກກອມມູນິດລັດເຊຍ, ຂະບວນການສະໜັບສະໜູນກອງທັບ, ສະມາຄົມບັນດານາຍທະຫານໂຊວຽດ, ຂະບວນແມ່ຍິງທົ່ວລັດເຊຍ “ຄວາມຫວັງຂອງລັດເຊຍ”, ຄະນະຊາວໜຸ່ມກອມມູນິດເລນິນ, ບັນດາຂະບວນ ແລະອົງການຈັດຕັ້ງສັງຄົມຝ່າຍຊ້າຍອື່ນຈະດໍາເນີນພິທີເດີນຂະບວນ ແລະຈັດງານຊຸມນຸມສະເຫຼີມສະຫຼອງເຫດການດັ່ງກ່າວຢ່າງສົມກຽດ.

leftcenterrightdel
ງານຊຸມນຸມສະເຫຼີມສະຫຼອງ 101 ປີແຫ່ງວັນປະຕິວັດເດືອນຕຸລາລັດເຊຍ. ພາບ: vovworld.vn

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 7 ພະຈິກ, ໃນເວລາ 10 ໂມງ (ຕາມເວລາມົດສະກູ), ຢູ່ຈັດຕຸລັດແດງຈະດໍາເນີນພິທີສວນສະໜາມຊຶ່ງໄດ້ວາດພາບເຖິງການສວນສະໜາມທີ່ແຫ່ງເທບນິຍາຍເມື່ອປີ 1941, ສະເຫຼີມສະຫຼອງ 77 ປີແຫ່ງວັນເລີ່ມດໍາເນີນສົງຄາມເພື່ອປ້ອງກັນປະເທດທີ່ຍິ່ງໃຫຍ່ (1941 – 1945) ຂອງປະຊາຊົນໂຊວຽດ ໃນເມື່ອກ່ອນ, ປັດຈຸບັນແມ່ນສະຫະພັນລັດເຊຍ.

ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 7 ພະຈິກ, ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ກໍ່ໄດ້ໄປວາງພວງມາລາທີ່ອະນຸສາວະລີ V.I. Lenin ຢູ່ສວນດອກໄມ້ຈີລັງ, ເມືອງບາດິ່ງ, ນະຄອນຮ່າໂນ້ຍ ຂອງຫວຽດນາມ. ກໍ່ໃນຕອນເຊົ້າວັນດຽວກັນ, ຊາວໜຸ່ມນະຄອນຮ່າໂນ້ຍ, ຕາງໜ້າບັນດາອົງການ,  ອົງການຈັດຕັ້ງມະຫາຊົນຂອງນະຄອນຮ່າໂນ້ຍ ກໍ່ໄດ້ໄປວາງພວງມາລາຢູ່ອະນຸສາວະລີ V.I. Lenin ເຊັ່ນດຽວກັນ

ໂດຍ: vovworld.vn