ເຂົ້າຮ່ວມການເດີນສວນສະໜາມມີປະມານ 5.000 ຄົນ. ນອກຈາກນັ້ນ, ຄາດຄະເນວ່າມີຊາວນະຄອນຫຼວງມົດສະກູ ແລະບັນດານະຄອນໃກ້ຄຽງພ້ອມກັບນັກທ່ອງທ່ຽວຕ່າງປະເທດປະມານ 12.000 ຄົນ ກໍ່ໄດ້ມີໜ້າຢູ່ທີ່ນີ້.

leftcenterrightdel
ການເດີນສວນສະໜາມວາດພາບເຫດການເດີນສວນສະໜາມໃນວັນທີ  7 ພະຈິກ 1941 ຢູ່ສະໜາມແດງ. ພາບ: Sputnik.

ພາຍຫຼັງການເດີນສວນສະໜາມທີ່ສະຫງ່າອົງອາດສະເຫຼີມສະຫຼອງການປະຕິວັດສັງຄົມນິຍົມເດືອນຕຸລາອັນຍິ່ງໃຫຍ່ ຄົບຮອບ 24 ປີ  (7-11-1941) ດ້ວຍການເຂົ້າຮ່ວມຂອງປະມານ 28.000 ຄົນ, ບັນດານັກຮົບກອງທັບແດງ ໄດ້ອອກຈາກສະໜາມແດງໄປສູ່ສະໜາມຮົບ ເພື່ອປົກປັກຮັກສານະຄອນຫຼວງມົດສະກູ ໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່.

ໂດຍ: ທູຈາງ