leftcenterrightdel
ພາບ: kpl.gov.la

ຕາມ​ຂ່າວ​ຕ່າງປະ​ເທດ, ກະຊວງ​ການຕ່າງປະ​ເທດ ສ.ອາ​ເມ​ລິ​ກາ ​ເປີດ​ເຜີຍ​ວ່າ: ສ.ອາ​ເມ​ລິ​ກາ ​ແລະ ຈີນ ຈະ​ຈັດການປຶກສາ​ຫາລື​ດ້ານ​ຄວາມ​ໝັ້ນ​ຄົງ​ ລະຫວ່າງ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງສອງ​ປະ​ເທດໃນ​ວັນ​ທີ 9 ພະຈິກ​ນີ້, ​ເປັນ​ສັນຍານ​ໃນ​ການຫລຸດຜ່ອນຄວາມເຄັ່ງ​ຕຶງ​ລະຫວ່າງ​ສອງຝ່າຍພາຍຫລັງ​ເກີດຄວາມ​ຂັດ​ແຍ່ງທາງ​ດ້ານ​ການ​ຄ້າ ​ແລະ​ບັນຫາອື່ນໆໃນ​ພາກ​ພື້ນ. ​ໂດຍ​ມີທ່ານ ​ໄມ​ ພອມ​ພີໂອ ລັດຖະມົນຕີ​ຕ່າງປະ​ເທດ ສ.ອາ​ເມ​ລິ​ກາ ​ແລະທ່ານ ຈິ​ມ ​ແມດ​ທິສ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຈະ​ເປັນ​ເຈົ້າພາບ​ໃນ​ການ​ຕ້ອນຮັບທ່ານ ຫຍາ​ງ​ເຈີ​ຍສີ ​ເຈົ້າ​ໜ້າ​ທີ່ດ້ານ​ກິດຈະການ​ຕ່າງປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ./.

ເນື້ອໃນ: ຂປລ