ບ້ວງ​ເງິນ​ສິນ​ເຊື່ອ​ດັ່ງກ່າວໜ້ອຍ​ກວ່າ​ເມື່ອ​ທຽບໃສ່​ຕົວ​ເລກ​ທີ່​ຄາດ​ຄະເນ​ໄວ້ 57,1 ຕື້​ໂດ​ລາສະຫະລັດ ຊຶ່ງ​ສອງ​ຝ່າຍ​ນຳ​ອອກ​ມາໃນ​ເວລາ​ເລີ່ມ​ການເຈລະຈາເມື່ອ​ເດືອນ​ກັນຍາ​ທີ່​ຜ່ານ​ມາ.

ແຈ້ງ​ການ​ຂອງ IMF ໃຫ້​ຮູ້​ວ່າການ​ຕົກລົງ​ດັ່ງກ່າວມີ​ອອກ​ມາ​ພາຍຫຼັງ​ການ​ປະຊຸມຂອງ​ຄະ​ນະ​ບໍລິຫານ​ງານ IMF ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ຄຣິ​​ສ​ຕິນລາ​ກາດ ຜູ້ອຳນວຍການ​ໃຫຍ່ IMF. ຕາມ​ການ​ຕົກລົງ​ນັ້ນແລ້ວກໍ​່ແມ່ນ IMF ຈະ​ເຫັນ​ດີ​ເປີດ​ກວ້າງ​ບ້ວງ​ກູ້​ຢືມສິນ​ເຊື່ອ​ປ້ອງ​ກັນ​ສຳຮອງ​ໃຫ້​ແກ່​ອາກ​ຊັງ​ຕິນ ຈາກ 50 ຕື້​ໂດ​ລາ​ສະຫະລັດຂຶ້ນ​ເປັນ 56,3 ຕື້​ໂດ​ລາສະຫະລັດ ເພື່ອ​ຊ່ວຍເຫຼືອ​ພື້ນຖານ​ເສດຖະກິດອາກ​ຊັງ​ຕິນ ຜ່ານ​ຜ່າ​ໄລຍະ​ທີ່​ຫຍຸ້ງຍາກ​ໃນ​ປັດຈຸບັນ.

leftcenterrightdel
ທ່ານ​ນາງ ຄຣິ​​ສ​ຕິນລາ​ກາດ ຜູ້ອຳນວຍການ​ໃຫຍ່ IMF. ພາບ: ສຳນັກຂ່າວສານຫວຽດນາມ.

ການ​ທີ່ IMF “ເປີດ​ໄຟ​ຂຽວ” ໃຫ້​ແກ່​ອາກ​ຊັງ​ຕິນເຂົ້າ​ຫາ​ບ້ວງ​ກູ້​ຢືມ​ສິນ​ເຊື່ອ​ດັ່ງກ່າວມີ​ຂຶ້ນ​ໜຶ່ງ​ມື້ຫຼັງ​ຈາກ​ທີ່​ສະພາ​ຕ່ຳ​ຂອງອາກ​ຊັງ​ຕິນ ຮັບຮອງ​ຮ່າງ​ງົບປະມານ​ປີ 2019 ໂດຍ​ແມ່ນລັດຖະບານ​ນຳ​ສະເໜີ. ຕາມ​ຮ່າງ​ງົບປະມານ​ນັ້ນກໍ່​ແມ່ນ ​ອາກ​ຊັງ​ຕິນ ​ຄາດ​ວ່າ​ຈະ​ຕັດ​ຫຼຸດ​ປະມານ 400 ຕື້​ເປ​ໂຊ (ເທົ່າ​ກັບກວ່າ 10 ຕື້​ໂດ​ລາ​ສະຫະລັດ) ເມື່ອ​ທຽບໃສ່​ປີ 2018 ຢູ່​ໃນ​ບ້ວງ​ໃຊ້​ຈ່າຍ​ພາກ​ລັດທ່າມກາງ​ທີ່​ພື້ນຖານ​ເສດຖະກິດ​ອາກ​ຊັງ​ຕິນ ພວມ​ຜ່ານ​ຜ່າ​ໄລຍະ​ທີ່​ຫຼຸດ​ຖອຍ​ຮ້າຍ​ແຮງ.

ບົດ​ລາຍ​ງານ​ຂອງ​ລັດຖະບານ​ອາກ​ຊັງ​ຕິນ ໃຫ້​ຮູ້​ວ່າພື້ນຖານ​ເສດຖະກິດ​ຂອງ​ປະເທດ​ນີ້ຄາດ​ວ່າ​ຈະ​ຫຼຸດ​ລົງ​ແຕ່ 2% ຫາ 3% ໃນ​ປີ 2018 ແລະແຕ່ 0,5% ຫາ 2% ໃນ​ປີ 2019 ກ່ອນ​ທີ່​ຈະ​ເລີ່ມ​ໄດ້​ຮັບ​ການ​ຟື້ນ​ຟູ.

ຂ່າວ: ວຽງຈັນໃໝ່