leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມພ້ອມກັບທ່ານ Donald Tusk  ປະທານ​ສະພາສະຫະພາບ ​ເອີຣົບ ແລະທ່ານ Jean Claude Juncker ປະທານຄະນະກຳມະການເອີລົບ. ພາບ: baoquocte.vn.

ທ່ານ ​Donald Tusk ກ່າວວ່າ, ເອີລົບ ​ແລະ ອາຊີ ຄວນ​ໃຫ້​ສັກ​ກາ​ຍະ​ພາບ​ທາງ​ເສດຖະກິດ​ຮ່ວມ​ກັນເພື່ອ​​ແກ້​ໄຂບັນຫາ​ຕ່າງໆທ່ີທົ່ວ​ໂລກພວມ​ປະ​ເຊີນໜ້າໂດຍ​ສະ​ເພາະຄວາມ​ຂັດ​ແຍ້​ງດ້ານການ​ຄ້າເຮັດ​ໃຫ້​ປະຊາຊົນຫຼາຍ​ລ້ານ​ຄົນຕົກ​ຢູ່​ໃນ​ຄວາມ​ສ່ຽງ ​ແລະເປັນ​ໄພ​ຄຸກ​ຄາມ​ຕໍ​່ສະພາບ​ພູມ​ອາກາດ​ໂລກ. ກອງ​ປະຊຸມ​ຄັ້ງ​ນີ້ຖື​ເປັນ​ການ​ລວມ​ປະ​ເທດທີ່​ມີ​ມູນ​ຄ່າ​ການ​ຄ້າ​ຮ່ວມ​ກັນ​ກວມ​ເອົາ 55% ຂອງ​ການ​ຄ້າ​ໂລກ ​ແລະປະຊາຊົນ​ກວມເອົາເຖິງ 60% ຂອງ​ປະຊາກອນ​ໂລກ. ນອກຈາກ​ຍັງຈະ​ເນັ້ນ​ໜັກ​ເຖິງການຄ້າ, ຄວາມ​ໝັ້ນຄົງ​ຢູ່ເທິງ​ແຫຼມມະຫາ​ສະໝຸດເກົາຫລີ, ບັນຫາ​ຜູ້​ອົບ​ພະຍົບ ແລະ ອື່ນໆ./.

ເນື້ອໃນ: ຂປລ