ໃນຖະແຫຼງການໜຶ່ງ, ສະພາເອີລົບ ໃຫ້ຮູ້ວ່າ, ກົນໄກດັ່ງກ່າວໄດ້ຮັບຮອງເອົາທີ່ກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດອີຢູ ຢູ່ Luxembourg, ຕາມນັ້ນແລ້ວ, ເຈົ້າໜ້າທີ່ຈະອາຍັດຊັບສິນຂອງບັນດາສ່ວນບຸກຄົນ ແລະອົງການທີ່ລະເມີດ, ກໍ່ຄືຫ້າມບັນດາເປົ້າໝາຍດັ່ງກ່າວບໍ່ໃຫ້ໄປເຖິງບໍ່ວ່າປະເທດໃດໃນຈຳນວນ 28 ປະເທດສະມາຊິກອີຢູ. ບັນດາມາດຕະການສະກັດກັ້ນຈະໄດ້ຈັດວາງສຳລັບສ່ວນບຸກຄົນ ແລະອົງກອນກ່ຽວຂ້ອງໂດຍກົງເຖິງການພັດທະນາ ແລະນຳໃຊ້ອາວຸດເຄມີ, ບັນດາເປົ້າໝາຍໜູນຊ່ວຍດ້ານການເງິນ, ເຕັກນິກ ຫຼືວັດຖຸດິບ, ກໍ່ຄືບັນດາຜູ້ສະໜັບສະໜູນ, ສົ່ງເສີມ ຫຼື ກ່ຽວຂ້ອງເຖິງການເຄື່ອນໄຫວດັ່ງກ່າວ. ກົນໄກໃໝ່ກໍ່ອະນຸຍາດໃຫ້ອີຢູ ມີສິດຈັດວາງບັນດາມາດຕະການຈຳກັດສຳລັບບັນດາສ່ວນບຸກຄົນ ຫຼືອົງການຈັດຕັ້ງດັ່ງກ່າວ ບໍ່ວ່າຈະພວມດຳລົງຊີວິດຢູ່ປະເທດໃດ ຫຼື ຖືສັນຊາດໃດກໍ່ຕາມ.

ແຫຼ່ງຄັດຈາກ: vovworld.vn