ທ່ານ ຄຣິ​​ສ​ຕາ​ລີ​ນາ ຈອດ​ເຈ​ວາ ຜູ້ອຳນວຍການ​ຝ່າຍ​ບໍລິຫານ​ຂອງ WB ເວົ້າ​ວ່າ​ໃນ​ສ່ວນ​ຄ່າ​ໃຊ້​ຈ່າຍພາຍ​ໃຕ້​ຮູບ​ການ​ກູ້​ຢືມ​ດັ່ງກ່າວ ບໍ່​ສະເພາະ​ແຕ່​ໃຊ້​ເພື່ອ​ບູລະນະ​ສ້າງສາ​ຢູ່​ໃນ​ເຂດ​ປະສົບ​ໄພ​ທຳ​ມະ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ເພື່ອ​ຊ່ວຍເຫຼືອ​ອິນ​ໂດ​ເນ​ເຊຍ ໃນ​ການ​ສ້າງ​ຂີດ​ຄວາມ​ສາມາດໃນ​ການ​ຟື້ນ​ຟູ​ຫຼັງ​ໄພພິບັດ​ນຳ​ອີກເປັນ​ການ​ຊ່ວຍເຫຼືອ​ປະເທດ​ນີ້ໃຫ້​ມີ​ການ​ກະກຽມ​ທີ່​ດີ​ກວ່າ ເພື່ອ​ຮັບ​ມື​ກັບ​ໄພພິບັດ​ທີ່​ຄ້າຍຄື​ກັນ​ນັ້ນ​ໃນ​ອະນາຄົດ.

leftcenterrightdel
ພາບປະກອບຈາກ: vientianemai.net.

ກ່ອນ​ໜ້າ​ນັ້ນ ເມື່ອ​ວັນ​ທີ 12 ຕຸລາ ທະນາຄານ​ພັດທະນາ​ອາຊີ (ADB) ກໍ​່ໄດ້​ໃຫ້​ສັນຍາ​ເຖິງ​ການ​ສະໜອງ​ບ້ວງ​ການ​ເງິນ​ສຸກ​ເສີນ ມູນ​ຄ່າ 1 ຕື້ໂດ​ລາ​ສະຫະລັດ ເພື່ອ​ຊ່ວຍເຫຼືອ​ອິນ​ໂດ​ເນ​ເຊຍບູລະນະ​ສ້າງສາຫຼັງ​ເກີດ​ໄພພິບັດ​ແຜ່ນດິນ​ໄຫວ ແລະ​ສຶ​ນາ​ມິ​ດັ່ງກ່າວ​ເຊັ່ນ​ກັນ. ຄຳ​ສັນຍາ​ນີ້​ມີ​ອອກ​ມາ​ຢູ່​ໃນ​ພົບ​ປະລະຫວ່າງ​ທ່ານ ຕາ​ເກ​ຮີ​ໂກ ນາ​ກາ​ໂອ ປະທານ ADB ກັບ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ໂຈ​ໂກ ວີ​ໂດ​ໂດ ຊຶ່ງ​ມີ​ຂຶ້ນ​ຢູ່​ນອກ​ກອງ​ປະຊຸມ​ປະຈຳ​ປີ​ຂອງ IMF - WB ທີ່​ເກາະ​ບາ​ຫຼີ. ກອງ​ທຶນ​ຊ່ວຍເຫຼືອ​ສຸກ​ເສີນ​ຂອງ ADB ນັ້ນ​ປະກອບ​ມີ 500 ລ້ານ​ໂດ​ລາ​ສະຫະລັດ ເພື່ອ​ຊ່ວຍເຫຼືອ​ງົບປະມານ​ສຸກ​ເສີນ​ຂອງ​ລັດຖະບານ​ອິນ​ໂດ​ເນ​ເຊຍ ແລະ​ອີກ 500 ລ້ານ​ໂດ​ລາ​ສະຫະລັດ ແມ່ນ​ໃຊ້​ໃຫ້​ແກ່​ວຽກ​ງານ​ບູລະນະ​ສ້າງສາ​ພື້ນຖານ​ໂຄງ​ລ່າງ​ທີ່​ສຳຄັນ ເຊັ່ນລະບົບ​ສະໜອງ​ນ້ຳ ແລະ​ອະນາໄມໂຮງຮຽນຖະໜົນ​ຫົນທາງຂົວ ແລະ​ຕາ​ນ່າງ​ໄຟຟ້າ. ກອງ​ທຶນ​ດັ່ງກ່າວ​ແມ່ນ​ນອນ​ຢູ່​ໃນ​ໂຄງການ​ເງິນ​ກູ້​ຂອງ ADB ໃຫ້​ແກ່​ອິນ​ໂດ​ເນ​ເຊຍ ໂດຍ​ມີ​ລະດັບ​ສະເລ່ຍ 2 ຕື້​ໂດ​ລາ​ສະຫະລັດ/ປີ.

ແຜ່ນດິນ​ໄຫວ ແລະສຶ​ນາ​ມິ​ດັ່ງກ່າວໄດ້​ເຮັດ​ໃຫ້​ດິນ​ກາຍເປັນ​ຂີ້ຕົມ​ປົກ​ຄຸມ ແລະ​ທຳລາຍ​ຫຼາຍ​ເຂດ​ໃນ​ທົ່ວ​ແຂວງ​ສຸລາ​ເວ​ສີ​ກາງ ໂດຍ​ສະເພາະ​ກໍ່​ແມ່ນ​ຢູ່​ເມືອງ ປາ​ລູ ຊີ​ກິ ດົງ​ກາ​ລາ ແລະ ປາ​ຣີ​ກີ ມູ​ຕອງ. ໄລ່​ມາ​ຮອດ​ເວລາ​ນີ້ທາງ​ການ​ອິນ​ໂດ​ເນ​ເຊຍ ໄດ້​ປະກາດ​ຕົວ​ເລກ​ຜູ້​ເສຍ​ຊີວິດ ຢູ່​ໃນ​ໄພພິບັດ​ທຳ​ມະ​ຊາດ​ເທື່ອ​ນີ້ແມ່ນ​ຢູ່​ທີ່ 2.073 ຄົນ. ນອກຈາກ​ນັ້ນແລ້ວ ກໍ່​ຍັງ​ມີ​ຜູ້​ທີ່​ຍັງ​ຊອກ​ບໍ່​ເຫັນ​ອີກ​ເກືອບ 5.000 ຄົນ ແລະ​ມີ​ຜູ້​ຕ້ອງ​ໄດ້​ອົບ​ພະ​ຍົບ​ໜີ​ໄພ​ເກືອບ 90.000 ຄົນ. ຕາມ​ການ​ຄາດ​ຄະເນ​ແລ້ວແມ່ນ​ຕ້ອງ​ໄດ້​ໃຊ້​ເວລາ​ຢ່າງ​ໜ້ອຍ 2 ປີ ຈຶ່ງ​ຈະ​ເຮັດ​ໃຫ້​ຜູ້​ທີ່​ສູນ​ເສຍ​ເຮືອນ​ຊານ ສາມາດ​ດຳລົງ​ຊີວິດ​ໄດ້​ຢ່າງ​ໝັ້ນຄົງ. ໃນ​ຂະນະ​ດຽວ​ກັນ ສະພາບ​ຂາດແຄນ​ນ້ຳ​ສະອາດ ແລະຢາ​ປົວ​ພະຍາດ ກໍ່​ເປັນ​ຜົນ​ກະທົບ​ຕໍ່​ປະມານ 200.000 ຄົນ ຊຶ່ງ​ຕ້ອງການ​ໄດ້​ຮັບ​ການ​ສະໜອງ​ເປັນ​ການ​ສຸກ​ເສີນ.

ຂ່າວ: ວຽງຈັນໃໝ່