ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນເອກ Sim Seung-Seob, ຜູ້ບັນຊາການທະຫານເຮືອ ສ.ເກົາຫຼີ ຕີລາຄາສູງກົນໄກຮ່ວມມືຂອງ WPNS. ຜູ້ບັນຊາການທະຫານເຮືອ ສ.ເກົາຫຼີ ຖືວ່າ, ພາກພື້ນປາຊີຟິກຕາເວັນຕົກ ແມ່ນພາກພື້ນພັດທະນາຢ່າງຂະຫຍັນຂັນເຄື່ອນ, ຍ້ອນເຫດນັ້ນຕ້ອງມີສັນຕິພາບ ແລະຄວາມໝັ້ນຄົງ. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທະຫານເຮືອບັນດາປະເທດຄວນສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາຂໍ້ລິເລີ່ມຮັກສາສັນຕິພາບ, ຮັບມືກັບບັນດາໄພນາບຂູ່ເຖິງຄວາມໝັ້ນຄົງໃນການເດີນທະເລໂດຍອີງໃສ່ພື້ນຖານຂອງກົດໝາຍສາກົນ.

leftcenterrightdel
ຜູ້ບັນຊາການທະຫານເຮືອບັນດາປະເທດປາຊີຟິກຕາເວັນຕົກຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn.

ດ້ວຍຫົວຂໍ້ “ເພື່ອເຂດທະເລປາຊີຟິກຕາເວັນຕົກແຫ່ງສັນຕິພາບ, ໝ້ັນຄົງ”, WPNS-16 ຕີລາຄາບັນດາຜົນການຮ່ວມມືເຊິ່ງບັນດາປະເທດໄດ້ປະຕິບັດໃນໄລຍະຜ່ານມາ, ວາງອອກບັນດາຂໍ້ລິເລີ່ມໃໝ່ໃນການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ. ບັນດາສະມາຊິກໄດ້ສຸມໃສ່ປຶກສາຫາລືບັນດາບັນຫາ, ຄື: ຕ້ານການກໍ່ການຮ້າຍ, ບັນດາການເຄື່ອນໄຫວການແພດການທະຫານ ແລະຮັກສາສັນຕິພາບ...

ບັນດາປະເທດກໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາການເຄື່ອນໄຫວຫຼາຍຝ່າຍຄາດຄະເນວ່າຈະຈັດຕັ້ງໃນໄລຍະຈະມາເຖິງ. ໃນນັ້ນ, ທະຫານເຮືອຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງບາງເຫດການໃຫຍ່ໃນປີ 2020 ເຊິ່ງແມ່ນປີ ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ-ໃນນັ້ນມີການຈັດຕັ້ງ ສວນສະໜາມກຳປັ່ນສາກົນຢູ່ເຂດທະເລຍາຈາງ, ແຄ໊ງຮວ່າ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງທະຫານເຮືອປະຊາຊົນຫວຽດນາມ.

ໂດຍ: ແສງເດືອນ