leftcenterrightdel
ພາບປະກອບຄັດຈາກ: sohatravel.vn.

ຈາກ​ນັ້ນທ່ານ ຫງວຽນແມ້ງເກືອງ, ລັດຖະມົນຕີວ່າ​ການກະຊວງກະສິກໍາ ແລະພັດທະນາຊົນລະບົດຫວຽດນາມ​ໄດ້​ກ່າວຮຽກຮ້ອງໃຫ້ແຕ່ລະປະເທດສະມາຊິກ​ເພີ່ມ​ການ​ລົງທຶນ​ໃນການພັດທະນາກະສິກໍາອາຊຽນ ​ແລະກຳນົດບັນດາວິທີແກ້ໄຂ ແລະບາດກ້າວເດີນ​ໄປ​ຕໍ່ໜ້າ​ຢ່າງເໝາະສົມ ເພື່ອຫັນບັນດາເປົ້າໝາຍໃຫ້ປະກົດຜົນເປັນຈິງ ​ແລະຫັນບັນດາສິ່ງທ້າທາຍໃຫ້ກາຍເປັນກາລະໂອກາດ. ນອກ​ນີ້ຍັງ​ໄດ້​ເປັນ​ເອກະ​ພາບ​ກັນໃນບັນດາບັນຫາບຸລິມະສິດລວມຂອງພາກພື້ນກ່ຽວຂ້ອງເຖິງການຮ່ວມມືໃນຂົງເຂດກະສິກໍາ, ປ່າໄມ້, ການປະມົງ. ພ້ອມ​ທັງປະກອບສ່ວນເຂົ້າໃນການປະຕິບັດວິໄສທັດປະຊາຄົມອາຊຽນ ແລະແຜນການຍຸດທະສາດຮ່ວມມືອາຊຽນ ກ່ຽວກັບສະບຽງອາຫານ ແລະກະສິກໍາ-ປ່າໄມ້ ນັບ​ແຕ່​ປີ 2016 – 2025 ​ໃຫ້​ສຳ​ເລັດ​ຜົນ​ຢ່າງ​ຈົບງາມ.

ຂ່າວ: ຂປລ