leftcenterrightdel
ທ່ານ ວະລາດີເມຍປູຕິນ ປະທານາທິບໍດີ ຣັດເຊຍ  ແລະທ່ານເຊບັສຈຽນ ກູເຈີ ນາຍົກລັດຖະມົນຕີໂອຕຣິດ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານເຊບັສຈຽນກູເຈີ ກ່າວວ່າ, ໂອຕຣິດ ແລະຣັດເຊຍໄດ້ມີການພົວພັນຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດພະລັງງານໃນໄລຍະ 50 ປີຜ່ານມາໂດຍສະເພາະກຸ່ມອາຍແກັສ Gazprom ຂອງຣັ​​ດ​ເຊຍ ​ແລະບໍລິສັດ OMV ຂອງ​ໂອ​ຕຣິດ. ສິ່ງ​ດັ່ງກ່າວ​ນີ້ແມ່ນ​ມີ​ຄວາມ​ສຳຄັນຕໍ່​ຄວາມ​ໝັ້ນຄົງ​ດ້ານພະລັງງານສະ​ເພາະ​ແຕ່​ ໂອ​ຕຣິດ ແຕ່​ຍັງ​ກວມ​ເອົາເຖິງ​ເອີ​ຣົບ. ຂະນະ​ດຽວ​ກັນ, ທ່ານວາ​ລາ​ດີ​ເມຍ ​ປູ​ຕິນ​ ​ຍັງໄດ້​ຕີ​ລາຄາ​ສູງ​ຕໍ່​ກາ​ນຮ່ວມ​ມື​​ໃນ​ຂົງ​ເຂດ​ພະ​ລັງ​ງານລະຫວ່າງສ​ອງປະ​ເທດ. ຣັດ​ເຊຍຈະ​ສະໜອງ​ອາຍ​ແກັສ​ໃຫ້ ​ເອີຣົບ ປະມານ 200 ຕື້​ແມັດ​ກ້ອນພ້ອມ​ທັງຕີ​ລາຄາຄວາມ​ຕ້ອງການອາຍ​​ແກັສຂອງ​ຜູ້​ບໍລິ​ໂພ​ກ​ເອີຣົບ ພວມ​ນັບ​ມື້​ເພີ່ມ​ຂຶ້ນ. ​ ສ່ວນປະລິມານ​ການ​ຂຸດ​ຄົ້ນ​ໃນ​ເອີ​ຣົບພັດຫຼຸດ​ລົງ ແລະ ອື່ນໆ./.

ເນື້ອໃນ: ຂປລ