leftcenterrightdel
ທ່ານໝໍ Denis Mukwege ແລະນາງ Nadia Murad. ພາບ: ສໍານັກຂ່າວສານຫວຽດນາມ.

ເຊິ່ງເປັນ 2 ຄົນທີ່ຫາກໍ່ຄວ້າໄດ້ລາງວັນ Nobel ສັນຕິພາບ 2018 ຍ້ອນມີບັນດາຄວາມມານະພະຍາຍາມແນໃສ່ຢຸດຕິການໃຊ້ຄວາມຮຸນແຮງທາງເພດສຳພັນໃນສົງຄາມ ແລະການປະທະກັນດ້ວຍກຳລັງອາວຸດ.

ທ່ານ Michelle Bachelet ຂ້າຫລວງໃຫຍ່ສິດທິມະນຸດສະຫະປະຊາຊາດຖືວ່າ: ຍາກທີ່ຈະມີໃຜເໝາະສົມກັບລາງວັນ  Nobel ສັນຕິພາບໄປກ່ວາທ່ານໝໍ Denis Mukwege ແລະນາງ Nadia Murad, 2 ຄົນດັ່ງກ່າວໄດ້ຕໍ່ສູ້ຕ້ານຄືນການໃຊ້ຄວາມຮຸນແຮງທາງເພດສຳພັນໃນສົງຄາມຢ່າງພິລະອາດຫານ, ບໍ່ຮູ້ອິດຮູ້ເມື່ອຍ ແລະມີປະສິດທິຜົນ.

ທ່ານປະທານສະພາເອີຣົບ Donald Tusk ໄດ້ສະແດງນ້ຳໃຈເຄົາລົບກ່ຽວກັບຈິດໃຈພິລາອາດຫານ, ຄວາມເມົາມົວ ແລະລັກສະນະມະນຸດສາດຕໍ່ 2 ຄົນທີ່ຫາກໍ່ຄວ້າໄດ້ລາງວັນ Nobel ສັນຕິພາບ 2018.

ແຫຼ່ງຄັດຈາກ: vovworld.vn